ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາ​ມ​ ໃຫ້​ການ​ຕ້ອນ​ຮັບ​ກຳ​ມາ​ທິ​ການ​ການ​ຄ້າ​ສາ​ກົນ​ຂອງ​ລັດ​ຖະ​ສະ​ພາ​ເອີ​ລົບ

(VOVWORLD) -ຕອນບ່າຍວັນທີ 31 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບໂດຍທ່ານ Bernd Lange , ປະທານກຳມະທິການເປັນຫົວໜ້າຄະນະ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາ​ມ​ ໃຫ້​ການ​ຕ້ອນ​ຮັບ​ກຳ​ມາ​ທິ​ການ​ການ​ຄ້າ​ສາ​ກົນ​ຂອງ​ລັດ​ຖະ​ສະ​ພາ​ເອີ​ລົບ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກແລະທ່ານ Bernd Lange ປະທານກຳມະທິການ 

(ພາບ: TTXVN)

ນະທີ່ນີ້, ທ່ານ Bernd Lange ໃຫ້ຮູ້ວ່າ ເດືອນກຸມພາ 2020 ລັດຖະສະພາເອີລົບຈະພິຈາລະນາບ່ອນປັດຮັບຮອງເອົາສັນຍາການຄ້າເສລີ ຫວຽດນາມ - EU ແລະ ອາລັກຂາ ການລົງທຶນ ຫວຽດນາມ - EU  ເຊິ່ງ ຫວຽດນາມ ແລະ EU ໄດ້ລົງນາມ. EU ກໍ່ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນເວທີຫຼາຍຝ່າຍ ເປັນຕົ້ນແມ່ນໃນປີ 2020 ຫວຽດນາມ ເປັນປະທານອາຊຽນ ແລະ ແມ່ນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ ປີ 2020 – 2021. ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງ ຄວາມໝາຍເສດຖະກິດຍຸດທະສາດຂອງສັນຍາການຄ້າເສລີ ຫວຽດນາມ - EU ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - EU ສຳລັບການພົວພັນລະຫວ່າງ ຫວຽດນາມ ແລະ EU ກໍ່ຄື ເລື່ອງຊຸກຍູ້ທ່າອ່ຽງຮ່ວມສຳພັນເປີດ, ໂປ່ງໃສ ແລະ ອີງໃສ່ກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ