ທ່ານນາຍົກລັດຖະມົນຕີ ຫວຽນເຕີນຢຸງ ເລີ່ມຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຫວຽນເຕີນຢຸງ ເລີ່ມຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ - ảnh 1
ພິທີຕ້ອນຮັບທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢູ່ສະໜາມບິນ
(ພາບ: vtv.vn)


(vovworld) -  ຕອນ​ບ່າຍ​ວັນ​ທີ 12/05, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ຄະນະ​ຜູ້​ແທນຫວຽດນາມ ​ໄດ​້​ເດີນ​ທາງ​​ໄປຮອດ​ນະຄອນຫຼວງ​ມົດສກູ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​​ສະຫະພັນ​ລັດ​ເຊຍ ​ຢ່າງ​ເປັນ​ທາງ​ການໃນ​ລະຫວ່າງ​ວັນ​ທີ 12 – 15/05, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີສະຫະພັນ​ລັດ​ເຊຍ Dmitry Medvedev. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີ​ລາຄາ​ສູງ​ໂຄງການ​ລົງທຶນ​ໃຫຍ່​ຂອງ​ກຸ່ມບໍລິສັດ INCENRTRA ດ້ວຍ​ການ​ກໍ່ສ້າງ​ສູນວັດທະນະທຳ, ການ​ຄ້າ, ​ໂຮງ​ແຮມ​ຮ່າ​ໂນ້ຍ - ມົດສກູ ຢູ່​ນະຄອນຫຼວງ​ຂອງ​ສະຫະພັນ​ລັດ​ເຊຍ, ອັນ​ໄດ້​ປະກອບສ່ວນສ້າງສະຖານ​ທີ່​ດຳ​ເນີນ​ຊີວິດ​ວັດທະນະທຳ​ດ້ານ​ຈິດ​ໃຈ ​ແລະ ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ​ໃຫ້​ແກ່ປະຊາ​ຄົມຊາວ​ຫວຽດນາມ. ທ່ານ​ນາຍົກລັດຖະມົນ​ຕີ ກໍ​ຢືນຢັນ​ວ່າ ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ​ແມ່ນ​ຖື​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່ຂາດ​ບໍ່​ໄດ້ຂອງ​ຊາດ​ຫວຽດນາມ ​ແລະ ຍາມ​ໃດ​ກໍ​ສະ​ຫງວນຄວາມ​ເອົາ​ໃຈ​ໃສ່​ຢ່າງ​ໃຫຍ່​ຫຼວງ​ໃຫ້​​ແກ່​ປະຊາ​ຄົມດັ່ງກ່າວ. ທ່ານ​ນາຍົກລັດຖະມົນ​ຕີ ກໍ​ຕີ​ລາຄາ​ສູງ​ບັນດາ​ທ່າ​ແຮງ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ.

        “ຂ້າພະ​ເຈົ້າ​ຫວັງໜາ​ວ່າ ປະຊາຄົມ​ຈະສືບ​ຕໍ່​ສື​ມຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຕົນ, ນັ້ນ​ແມ່ນ​ສາມັກ​ຄີ, ຮັກ​ແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອທຳມາຫາກິນດຳລົງ​ຊີວິດ, ​ເຊື່ອມ​ໂຍງ​ ​ແລະ ຕິດ​ພັນ​ກັບ​ປະຊາ​ຄົມ​ລັດ​ເຊຍ. ພວກ​ເຮົາ​ຕ້ອງ​ເຊື່ອມ​ໂຍງ ​ແລະ ​ເຄົາລົບ​ກົດໝາຍ, ປະຕິບັດ​ກົດໝາຍ, ​ເຄົາລົບ​ອຳນາດ​ການ​ປົກຄອງ ​ແລະ ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຫວຽດນາມ ​ໄວ້”.

ຂ່າວ/ບົດ​ອື່ນ