ທ່ານນາຍົກລັດຖະມົນຕີ ອັງກິດ ຖະແຫຼງສິ້ນສຸດທົດສະວັດໜຶ່ງຈັດວາງການ “ຮັດເຂັມຄັດ”

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ປະຈຳປີຂອງພັກນິຍົມຮັກສາເດີມ, ທ່ານນາງ May ຢັ້ງຢືນວ່າ: ບໍ່ພຽງແຕ່ແມ່ນພັກນີ້ໄດ້ລົບລ້າງສະພາບການສັບສົນເທົ່ານັ້ນ, ພັກນິຍົມຮັກສາເດີມ...

ທ່ານນາຍົກລັດຖະມົນຕີ ອັງກິດ ຖະແຫຼງສິ້ນສຸດທົດສະວັດໜຶ່ງຈັດວາງການ “ຮັດເຂັມຄັດ” - ảnh 1ທ່ານນາງນາຍົກລັດຖະມົນຕີ Theresa May

(ພາບ: AFP/TTXVN)

ວັນທີ 3 ຕຸລາ, ທ່ານນາງນາຍົກລັດຖະມົນຕີ Theresa May ໄດ້ຖະແຫຼງນະໂຍບາຍ “ຮັດເຂັມຄັດ” ຂອງລັດຖະບານ ໄດ້ສິ້ນສຸດລົງພາຍຫຼັງ ຫລຸດຜ່ອນການໃຊ້ຈ່າຍໃນຫຼາຍຂົງເຂດພາກລັດ ມາເປັນເວລາໜຶ່ງທົດສະວັດກ່ວາ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ປະຈຳປີຂອງພັກນິຍົມຮັກສາເດີມ, ທ່ານນາງ May ຢັ້ງຢືນວ່າ: ບໍ່ພຽງແຕ່ແມ່ນພັກນີ້ໄດ້ລົບລ້າງສະພາບການສັບສົນເທົ່ານັ້ນ, ພັກນິຍົມຮັກສາເດີມ ຍັງສ້າງເສັ້ນທາງເພື່ອມຸ່ງໄປເຖິງອະນາຄົດດີງາມກ່ວາອີກ. ທ່ານນາງ May ໃຫ້ຮູ້ວ່າ: ແຜນການໃຊ້ຈ່າຍໃໝ່ຂອງລັດຖະບານໃນຊຸມປີຈະມາເຖິງ, ເລີ່ມແຕ່ປີ 2019, ທັງສືບຕໍ່ຫລຸດຜ່ອນໜີ້ສິນລົງ, ແຕ່ກໍ່ຈະເພີ່ມທະວີການບໍລິການສາທາລະນະ.

        ໃນມື້ສຸດທ້າຍຂອງກອງປະຊຸມໃຫຍ່ຂອງພັກ,ທ່ານນາງ May ກໍ່ຮຽກຮ້ອງໃຫ້ບັນດາສະມາຊິກພັກຈົ່ງສາມັກຄີກ່ຽວກັບບັນຫາ Brexit ແລະ ສະໜັບສະໜູນແຜນການຖອນຕົວອອກຈາກສະຫະພາບເອີລົບ (EU) ຂອງທ່ານນາງ. ທ່ານນາງຮັບຮູ້ວ່າ ແຜນການ Brexit ໃນປະຈຸບັນຂອງອັງກິດ ແມ່ນສິ່ງທ້າທາຍສຳລັບ EU, ແຕ່ເຊື່ອໝັ້ນວ່າ ອາດຈະບັນລຸໄດ້ຂໍ້ຕົກລົງທີ່ສາມາດຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນອັງກິດໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ