ທ່ານນາຍົກລັດຖະມົນຕີ ອັງກິດ ມີການໂອ້ລົມ ທາງໂທລະສັບກັບ ປະທານາທິບໍດີອີຣານ

ທ່ານນາຍົກລັດຖະມົນຕີ ອັງກິດ ມີການໂອ້ລົມ ທາງໂທລະສັບກັບ ປະທານາທິບໍດີອີຣານ - ảnh 1
(ພາບປະກອບ)

(vovworld) - ທ່ານ David Cameron ​ໄດ້​ກາຍ​ເປັນ​ນາຍົກລັດຖະມົນຕີອັງກິດ ຜູ້​ທຳ​ອິດ​ທີ່​ມີ​ການໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ປະທານາທິບໍດີ​ອີຣານ ​ໃນ​ຮອບ​ເວລາ 1 ທົດ​ສະ​ວັດ​ຜ່ານ​ມາ. ທ່ານ​ນາຍົກລັດຖະມົນຕີ Cameron ​ໄດ້​ໂທລະສັບ​ຫາ​ທ່ານ​ປະທານາທິບໍດີ​ອີຣານ Hassan Rouhani ​ໃນ​ຕອນ​ບ່າຍ​ວັນ​ທີ 19/11, ກອນ​ທີ່​ດຳ​ເນີນການ​ເຈລະຈາບັນຫາ​ນິວ​ເຄຼຍ​ໃໝ່​ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ ລະຫວ່າງ​ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ​ປະຈຳສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ​ແມ່ນ ອັງກິດ, ຝລັ່ງ, ​ອາ​ເມ​ລິ​ກາ ​ແລະ ຈີນ ພ້ອມ​ກັບ​ເຢຍລະ​ມັນ) ​ແລະ ອີຣານ. ຫ້ອງວ່າການ​ນາ​ຍົດ​ລັ​ດຖະມົນຕີ​ອັງ​ກິດ ​ໄດ້​​​ເປີດເຜີຍ​ວ່າ ການ​ນຳ 2 ທ່ານ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ​, ຊົມ​ເຊີຍ​ບັນດາ​ບາດກ້າວ​ທີ່​ບັນລຸ​ໄດ້​ນັບ​ແຕ່​​ເມື່ອ​ທ່ານ Rouhani ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ອີຣານ. ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ ຂອງ​ອີຣານ, ທ່ານ​ນາຍົກລັດຖະມົນຕີ Cameron ​ແລະ Rouhani ​ໄດ້​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ ບັນດາ​ຮອບ​ເຈລະຈາ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ເຊີ​ແນວ ​ໄດ້​ສ້າງ​ປາດ​ກ້າວ​ພັດທະນາ​ດີ​ພໍ​ສົມຄວນ ​ແລະ ຕ້ອງ​ກຳ​ໄດ້​ໂອກາດ​ໂດຍ​ຮອບ​ເຈລະຈາ​ຄັ້ງ​ຕໍ່​ໄປ​ນຳ​ມາ​ໃຫ້.
ຂ່າວ/ບົດ​ອື່ນ