ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ສະຫຼອງໄຊຊະນະການເລືອກຕັ້ງ “ມະຫັດສະຈັນ”

(VOVWORLD) -  ວັນທີ 18 ພຶດສະພາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ຍ້ອງຍໍໄຊຊະນະ “ມະຫັດສະຈັນ” ໃນການເລືອກຕັ້ງສະຫະລັດ ອົດສະຕາລີ ເຊິ່ງດຳເນີນໃນວັນດຽວກັນ, ໃນນັ້ນ ພັກສຳພັນທະມິດຮັກສາເດີມເສລີແຫ່ງຊາດກຳອຳນາດຂອງທ່ານຍາດໄດ້ໄຊຊະນະຢ່າງບໍ່ຄາດຄິດ.
ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ສະຫຼອງໄຊຊະນະການເລືອກຕັ້ງ “ມະຫັດສະຈັນ” - ảnh 1ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison (ພາບ: AFP/TTXVN) 

ດ້ວຍຈຳນວນບັດໄດ້ນັບກ່ວາ 60%, ພັກສຳພັນທະມິດກຳອຳນາດໄດ້ຮັກສາທີ່ຕັ້ງ ສືບຕໍ່ນຳພາປະເທດຊາດ. ຊ່ອງໂທລະພາບ ABC ໃຫ້ຮູ້ວ່າ: ພັກສຳພັນທະມິດຮັກສາເດີມຍາດໄດ້ທີ່ນັ່ງໜ້ອຍສຸດ 74 ທີ່ນັ່ງໃນຈຳນວນ 151 ທີ່ນັ່ງຢູ່ສະພາຕ່ຳ ອົດສະຕາລີ, ໃນຂະນະນັ້ນ, ພັກແຮງງານຝ່າຍຄ້ານຍາດໄດ້ໜ້ອຍສຸດ 65 ທີ່ນັ່ງ. ການເລືອກຕັ້ງສະຫະລັດ ອົດສະຕາລີ ຄັ້ງນີ້ ແມ່ນການແຂ່ງຂັນລະຫວ່າງພັກເສລີຂອງທ່ານນາຍົກລັດຖະມົນຕີ Morrison ແລະ ພັກແຮງງານຝ່າຍຄ້ານຂອງທ່ານ Bill Shorten.   

ຕອບກັບ

ຂ່າວ/ບົດ​ອື່ນ