ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Naftali Bennett ຢ້ຽ​ມ​ຢາມ UAE ​ຄັ້ງ​ທຳ​ອິດຢ່າງ​ເປັນ​ທາງ​ການ​

(VOVWORLD) -ວັນທີ 12 ທັນວາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Naftali Bennett  ໄດ້ເດີນທາງໄປຢ້ຽມຢາມ ສະຫະລັດ ອາຣັບ ເອມມີເລດ (UAE) ຄັ້ງປະຫວັດສາດ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Naftali Bennett ຢ້ຽ​ມ​ຢາມ UAE ​ຄັ້ງ​ທຳ​ອິດຢ່າງ​ເປັນ​ທາງ​ການ​ - ảnh 1ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Naftali Bennett  (ພາບ: TTXVN)

  ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຂັ້ນສູງສຸດນັບແຕ່ເມື່ອ ອິດສະຣາແອນ ແລະ ສະຫະລັດ ອາຣັບ ເອມມີເລດ ສ້າງຕັ້ງສາຍພົວພັນທາງການທູດໃນປີ 2020 ແລະ ກໍແມ່ນ “ການຢ້ຽມຢາມ UAE ຄັ້ງທຳອິດ ຂອງ ນາຍົກລັດຖະມົນຕີ ອິດສະຣາແອນ”. ຄາດວ່າ, ທ່ານ Bennett ຈະພົບປະກັບເຈົ້າຊາຍ Abu Dhabi, Sheikh Mohammed bin Zayed Al – Nahyan ເພື່ອປຶກສາຫາລືກ່ຽວກັບແບບວິທີຮັດແໜ້ນສາຍພົວພັນລະຫວ່າງ ອິດສະຣາແອນ ແລະ UAE ໃຫ້ເລິກເຊິ່ງຂຶ້ນຕື່ມ, ໂດຍສະເພາະແມ່ນບັນຫາເສດຖະກິດ ແລະ ພາກພື້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ