ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Netanyahu ຢ້ຽມ​ຢາມ ອາ​ເມ​ລິ​ກາ

(VOVWORLD) - ວັນທີ 22 ກໍລະກົດ, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ໄດ້ເດີນທາງໄປຢ້ຽມຢາມ ອາເມລິກາ ໃນສະພາບການພົວພັນລະຫວ່າງສອງປະເທດພັນທະມິດ ພວມມີທ່າຫລຸດລົງ ຍ້ອນການປະທະກັນຢູ່ເຂດ ກາຊາ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Netanyahu ຢ້ຽມ​ຢາມ ອາ​ເມ​ລິ​ກາ - ảnh 1ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu (ພາບ: THX/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວກ່ອນທີ່ຈະຂຶ້ນຍົນ, ທ່ານ Benjamin Netanyahu ໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ແມ່ນສຳຄັນ ໂດຍໄດ້ດຳເນີນໃນຈຸດເວລາທີ່ທ່ານປະທານາທິບໍດີ ອາເມລິກາ Joe Biden ຫາກໍ່ປະກາດຖອນຕົວອອກຈາກການແຂ່ງຂັນເຂົ້າທຳນຽບຂາວແບບກະທັນຫັນ. ທ່ານ Netanyahu ເນັ້ນຫນັກວ່າ ບໍ່ວ່າໃຜຈະໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ຄົນຕໍ່ໄປ, “ອິດສະຣາແອນ ຍັງຄົງສືບຕໍ່ເປັນປະເທດພັນທະມິດອັນໝັ້ນແກ່ນ ແລະ ບໍ່ອາດຂາດໄດ້ຂອງ ອາເມລິກາ ຢູ່ ຕາເວັນອອກກາງ”

ຕາມແຜນການ, ທ່ານ Netanyahu ຈະມີການເຈລະຈາກັບປະທານາທິບໍດີ ອາເມລິກາ Joe Biden ໃນວັນທີ 23 ກໍລະກົດ ຕາມເວລາທ້ອງຖິ່ນ ເພື່ອປຶກສາຫາລືວິທີການຊ່ວຍ ອິດສະຣາແອນ ບັນລຸໄດ້ເປົ້າໝາຍໃນການປະທະກັນຢູ່ ເຂດ ກາຊາ. ຫລັງຈາກນັ້ນ ທ່ານ Netanyahu ຈະມີບົດກ່າວປາໄສຢູ່ກອງປະຊຸມຮ່ວມຂອງສະພາສູງ ແລະ ສະພາຕ່ຳຂອງສະພາແຫ່ງຊາດ ອາເມລິກາ ໃນວັນທີ 24 ກໍລະກົດ.

ການຢ້ຽມຢາມດຳເນີນໃນຈຸດເວລາທ່ານ Netanyahu ພວມປະເຊີນຫນ້າກັບຄວາມດັນທີ່ຕ້ອງເຈລະຈາຂໍ້ຕົກລົງຢຸດຍິງກັບຂະບວນການ ຮາມາດ ຢູ່ ເຂດ ກາຊາ. ໃນຂະນະນັ້ນ ອາເມລິກາ ພວມສຸມໃສ່ໃຫ້ບັນຫາເລືອກຕັ້ງ ພາຍຫລັງ ປະທານາທິບໍດີ Joe Biden ຍົກເລີກຄວາມມານະພະຍາຍາມແຂ່ງຂັນການເລືອກຕັ້ງຄືນໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ