ທ່ານນາຍົກລັດຖະມົນຕີ ອິດສະຣາແອນ ສືບຕໍ່ຍົກອອກຄຳສະເຫນີໃຫມ່ທີ່ກີດຂວາງຂໍ້ຕົກລົງຢຸດຍິງ

(VOVWORLD) - ວິວັດການເຈລະຈາກ່ຽວກັບຄຳສັ່ງຢຸດຍິງໃຫມ່ ຢູ່ເຂດ ກາຊາ ສືບຕໍ່ປະເຊີນຫນ້າກັບສິ່ງທ້າທາຍ ເມື່ອທ່ານນາຍົກລັດຖະມົນຕີ ອິດສະຣາແອນ ຍົກອອກຄຳສະເຫນີໃຫມ່ອີກຄັ້ງຫນຶ່ງ ກ່ຽວກັບເງື່ອນໄຂກ້າວໄປເຖິງຂໍ້ຕົກລົງ.
ທ່ານນາຍົກລັດຖະມົນຕີ ອິດສະຣາແອນ ສືບຕໍ່ຍົກອອກຄຳສະເຫນີໃຫມ່ທີ່ກີດຂວາງຂໍ້ຕົກລົງຢຸດຍິງ - ảnh 1ພົນທະຫານ ອິດສະຣາແອນ ຢູ່ ບ່ອນເກີດການປະທະກັນກັບບັນດາມືປືນ ຮາມາດ. ພາບ: Reuters

ຕອນຄ່ຳວັນທີ 12 ກໍລະກົດ, ຕາມສື່ມວນຊົນ ອິດສະຣາແອນແລ້ວ, ເຈົ້າຫນ້າທີ່ຂັ້ນສູງທ່ານຫນຶ່ງຂອງປະເທດນີ້ ໄດ້ຢັ້ງຢືນວ່າ: ທ່ານນາຍົກລັດຖະມົນຕີ Benjamin Netanyahu ຮຽກຮ້ອງຕ້ອງເພີ່ມເຕີມມາດຕາ ກ່ຽວກັບການສ້າງກົນໄກໃຫມ່ ທີ່ສາມາດສະກັດກັ້ນບັນດາມືປືນ ຮາມາດ ກັບຄືນສູ່ບໍລິເວນພາກເຫນືອຂອງເຂດ ກາຊາ. ເຈົ້າຫນ້າທີ່ອິດສະຣາແອນ ຖືວ່າ: ຄຳສະເຫນີດັ່ງກ່າວຂອງ ທ່ານ Netanyahu ແມ່ນໄດ້ວາງອອກສິ່ງທ້າທາຍໃຫມ່ຕໍ່ບັນດານັກເຈລະຈາ, ເຮັດໃຫ້ບັນດາການເຈລະຈາຖືກແກ່ຍາວ, ຊ້ຳບໍ່ໜຳຕົກເຂົ້າສູ່ສະພາບບໍ່ມີທາງອອກ ແລະ ລົ້ມລະລາຍ.

ການເຈລະຈາຮອບໃຫມ່ກ່ຽວກັບຂໍ້ຕົກລົງຢຸດຍິງ ແລະ ການແລກປ່ຽນ ຕົວປະກັນຄັ້ງຕໍ່ໄປ ລະຫວ່າງ ອິດສະຣາແອນ ແລະ ຮາມາດ ໄດ້ເລີ່ມເຄື່ອນໄຫວຢ່າງເປັນທາງການຄືນໃຫມ່ ຢູ່ ໂດຮາ, ກາຕາ ກາຍໂຣ ແລະ ອີຢີບ ໃນກາງອາທິດນີ້ ພາຍໃຕ້ຄວາມໄກ່ເກ່ຍປ່ອງດອງຂອງ ອາເມລິກາ, ອິຢີບ ແລະ ກາຕາ. 

ຕອບກັບ

ຂ່າວ/ບົດ​ອື່ນ