ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi ຢ້ຽມ​ຢາມ ລັດ​ເຊຍ ປັບ​ປຸງ​ຜົນ​ສະ​ທ້ອນ​ດ້ານ​ພູ​ມີ​ສາດ​ການ​ເມືອງ​ໃນ​ພາກ​ພື້ນ

(VOVWORLD) -ເນື້ອໃນຈຸດສຸມຂອງການຢ້ຽມຢາມຄັ້ງນີ້ ຄາດວ່າຈະສຸມໃສ່ຊຸກຍູ້ການພົວພັນລະຫວ່າງ ລັດເຊຍ - ອິນເດຍ ກໍຄື ຊອກຫາບົດບາດທີ່ໃຫຍ່ຫຼວງກວ່າຂອງ ອິນເດຍ ໃນບັນດາບັນຫາຮ້ອນເຮັ່ງຂອງສາກົນ.

  ວັນທີ 8 ກໍລະກົດ, ທ່ານນາຍົກລັດຖະມົນຕີ Narendra Modi  ເລີ່ມຕົ້ນການຢ້ຽມຢາມ ລັດເຊຍ ເປັນເວລາ 2 ວັນ, ເຊິ່ງເປັນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ນັບແຕ່ເມື່ອທ່ານຮັບດຳລົງຕຳແໜ່ງເປັນອາຍຸການທີ 3. ສື່ມວນຊົນ ອິນເດຍ ໃຫ້ຮູ້ວ່າ ເນື້ອໃນຈຸດສຸມຂອງການຢ້ຽມຢາມຄັ້ງນີ້ ຄາດວ່າຈະສຸມໃສ່ຊຸກຍູ້ການພົວພັນລະຫວ່າງ ລັດເຊຍ - ອິນເດຍ ກໍຄື ຊອກຫາບົດບາດທີ່ໃຫຍ່ຫຼວງກວ່າຂອງ ອິນເດຍ ໃນບັນດາບັນຫາຮ້ອນເຮັ່ງຂອງສາກົນ.

              ຕາມການຄາດຄະເນແລ້ວ, ໃນການຢ້ຽມຢາມ ລັດເຊຍ ຢ່າງເປັນທ່ານທາງການ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ເປັນປະທານກອງປະຊຸມສຸດຍອດ ອິນເດຍ - ລັດເຊຍ ຄັ້ງທີ 22 ພ້ອມກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin. ກອງປະຊຸມນີ້ ຈະຕີລາຄາຄືນສາຍພົວພັນຫຼາຍຮູບຫຼາຍແບບລະຫວ່າງສອງປະເທດ ຄືນໃໝ່, ໂດຍສະເພາະແມ່ນໃນຂົງເຂດປ້ອງກັນຊາດ ແລະ ພະລັງງານ. ການຢ້ຽມຢາມກໍແມ່ນໂອກາດເພື່ອໃຫ້ສອງຝ່າຍພິຈາລະນາກ່ຽວກັບສາຍພົວພັນດ້ານເສດຖະກິດ, ພິເສດ ອິນເດຍ ສືບຕໍ່ເປັນລູກຄ້ານ້ຳມັນດິບລາຍໃຫຍ່ຂອງ ລັດເຊຍ ດ້ວຍລາຄາທີ່ພິເສດ, ໂດຍບໍ່ຫົວຊາຕໍ່ຄໍາສັ່ງລົງໂທດຈາກ ອາເມລິກາ ແລະ ຝ່າຍຕາເວັນຕົກ. ການຢ້ຽມຢາມ ລັດເຊຍ ຂອງທ່ານນາຍົກລັດຖະມົນຕີ ອິນເດຍ ໄດ້ສ່ອງແສງໃຫ້ເຫັນຍຸດທະສາດການຫັນເປັນການພົວພັນຄູ່ຮ່ວມມືທີ່ຫຼາຍຮູບຫຼາຍແບບຂອງ ອິນເດຍ ແລະ ປາດຖະໜາຢາກປັບປຸງການພົວພັນອັນຍາວນານກັບ ລັດເຊຍ, ຮັກສາທີ່ຕັ້ງບົດບາດຍຸດທະສາດຂອງ ອິນເດຍ ໃນພາກພື້ນ.

ຢຸງຮວ່າງ - ນັກຂ່າວ VOV ປະຈຳ New Delhi

           

 

ຕອບກັບ

ຂ່າວ/ບົດ​ອື່ນ