ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ນ​ເດຍ Narendra Modi ເຂົ້າ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ ອາ​ຍຸ​ການ​ທີ 3

(VOVWORLD) - ທ່ານ Modi  ກາຍເປັນການນຳຄົນໜຶ່ງດຽວ ຖັດຈາກທ່ານນອະດີດນາຍົກລັດຖະມົນຕີ Jawaharlal Nehru, ຜູ້ທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນຜູ້ນຳໜ້າລັດຖະບານ 3 ອາຍຸການຢ່າງລຽນຕິດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ນ​ເດຍ Narendra Modi ເຂົ້າ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ ອາ​ຍຸ​ການ​ທີ 3 - ảnh 1ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi  (ພາບ: PTI)

ວັນທີ 9 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ເຂົ້າສາບານຕົວຮັບດຳລົງຕຳແໜ່ງ ອາຍຸການທີ 3 ຢ່າງເປັນທາງການ, ຢູ່ທຳນຽບປະທານາທິບໍດີ ອິນເດຍ.  ນີ້ແມ່ນເຫດການພິເສດ ເພາະວ່າ ທ່ານ Modi  ກາຍເປັນການນຳຄົນໜຶ່ງດຽວ ຖັດຈາກທ່ານນອະດີດນາຍົກລັດຖະມົນຕີ Jawaharlal Nehru, ຜູ້ທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນຜູ້ນຳໜ້າລັດຖະບານ 3 ອາຍຸການຢ່າງລຽນຕິດ. ພ້ອມກັບທ່ານນາຍົກລັດຖະມົນຕີ Narendra Modi, ບັນດາສະມາຊິກໃນສະພາລັດຖະມົນຕີອາຍຸການໃໝ່ ກໍໄດ້ເຂົ້າສາບານຕົວຮັບດຳລົງຕຳແໜ່ງເຊັ່ນດຽວກັນ.

ພິທີສາບານຕົວ ໄດ້ດຳເນີນໃນເງື່ອນໄຂຄວາມໝັ້ນຄົງໄດ້ຮັບການຮັດແໜ້ນຢູ່ນະຄອນຫຼວງ ນິວເດລີ. ມີຕຳຫຼວດກຈະລາຈອນວ່າ 1.100 ຄົນຂອງນະຄອນຫຼວງ ອິນເດຍ ໄດ້ຮັບການຜັນຂະຫຍາຍເພື່ອບໍລິຫານ, ແນະນໍາການສັນຈອນທາງຄົມມະນາຄົມ ເພື່ອອຳນວຍຄວາມສະດວກໃຫ້ບັນດາຄະນະຜູ້ແທນເຂົ້າຮ່ວມພິທີ. ພິທີສາບານຕົວຮັບດຳລົງຕຳແໜ່ງຂອງທ່ານນາຍົກລັດຖະມົນຕີ Narendra Modi ໂດຍມີການເຂົ້າຮ່ວມຂອງການນຳບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາປະເທດ ມະຫາສະໜຸດອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ