ທ່ານນາຍົກລັດຖະມົນຕີ ອິນເດຍ ຢືນຢັນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາເມລິກາ

(VOVWORLD) - ທ່ານ Sullivan ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ Narendra Modi ຊາບກ່ຽວກັບວິວັດການໃນການຮ່ວມມື 2 ຝ່າຍ, ພິເສດແມ່ນໃນຂໍ້ລິເລີ່ມ iCET
ທ່ານນາຍົກລັດຖະມົນຕີ ອິນເດຍ ຢືນຢັນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາເມລິກາ - ảnh 1ທ່ານ Narendra Modi, ນາຍົກລັດຖະມົນຕີ ອິນເດຍ
(ພາບ: AFP/TTXVN)

        ວັນທີ 17 ມິຖຸນາ, ຢູ່ New Delhi, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Jake Sullivan, ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ, ທ່ານ Narendra Modi, ນາຍົກລັດຖະມົນຕີ ອິນເດຍ ໄດ້ຢືນຢັນຄຳໝັ້ນສັນຍາເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອິນເດຍ - ອາເມລິກາ ຫຼາຍກວ່າອີກ. ການພົບປະໄດ້ດຳເນີນໃນເວລາທີ່ທ່ານ Jake Sullivan ພວມຢູ່ຢ້ຽມຢາມ New Delhi ແຕ່ວັນທີ 17 – 18 ມີຖຸນາ, ຕາມຄຳເຊີນຂອງຄູ່ຮ່ວມຕຳແໜ່ງ ອິນເດຍ ທ່ານ Ajit Doval ເພື່ອຕີລາຄາຂໍ້ລິເລີ່ມກ່ຽວກັບເຕັກໂນໂລຊີສຳຄັນ ແລະ ຫາກໍ່ພົ້ນເດັ່ນ (iCET) ລະຫວ່າງ ອິນເດຍ - ອາເມລິກາ. ໃນການພົບປະ, ທ່ານ Sullivan ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ Narendra Modi ຊາບກ່ຽວກັບວິວັດການໃນການຮ່ວມມື 2 ຝ່າຍ, ພິເສດແມ່ນໃນຂໍ້ລິເລີ່ມ iCET, ຄື: ທາດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ (AI), ໂທລະຄົມມະນາຄົມ, ການປ້ອງກັນຊາດ, ອາວະກາດ…

        ແລະກໍ່ໃນວັນດຽວກັນ, ທ່ານ Sullivan ກໍ່ໄດ້ພົບປະ ແລະ ແລກປ່ຽນກັບທ່ານ S Jaishankar, ລັດຖະມົນຕີການຕ່າງປະເທດ ອິນເດຍ ກ່ຽວກັບການພົວພັນ 2 ຝ່າຍ ແລະ ບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ