ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ, ປຶກ​ສາ​ຫາ​ລື​ກ່ຽວ​ກັບຫຼາຍ​ບັນ​ຫາ​ສອງ​ຝ່າຍ

(VOVWORLD) -  ວັນທີ 30 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ດຳເນີນການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ເພື່ອປຶກສາຫາລືກ່ຽວກັບຫຼາຍບັນຫາການຮ່ວມມືສອງຝ່າຍ, ລວມທັງບັນດາອົງການຮ່ວມມື ຊຽງໄຮ້ (SCO) ແລະ ກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນໃນໂລກ (G20). 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ, ປຶກ​ສາ​ຫາ​ລື​ກ່ຽວ​ກັບຫຼາຍ​ບັນ​ຫາ​ສອງ​ຝ່າຍ - ảnh 1ທ່ານນາຍົກລັດຖະມົນຕີ ອິນເດຍ  Narendra Modi ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ພົບປະກັນຢູ່ນອກກອງປະຊຸມສຸດຍອດ SCO ເມື່ອເດືອນ (ພາບ: ANI)

ປັດຈຸບັນ, ອິນເດຍ ພວມແມ່ນປະເທດປະທານ SCO ແລະ G20 - ເປັນສອງເວທີປາໄສຫຼາຍຝ່າຍໃຫຍ່ ເຊິ່ງ ລັດເຊຍ ລ້ວນແຕ່ເປັນສະມາຊິກ.

        ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ອິນເດຍ ກໍຢ້ຳຄືນຄຳຮຽກຮ້ອງຂອງທ່ານ ກ່ຽວກັບການຊຸກຍູ້ການເຈລະຈາ ແລະ ການຕ່າງປະເທດ ເພື່ອແກ້ໄຂສະພາບການຢູ່ ຢູແກຼນ. ໄປຄຽງຄູ່ກັນນັ້ນ, ການນຳ ອິນເດຍ ກໍແບ່ງປັນເນື້ອໃນການຢ້ຽມຢາມ ອາເມລິກາ ທີ່ຜ່ານມາຂອງທ່ານ.

        ຕາມຫ້ອງວ່າການນາຍົກລັດຖະມົນຕີ ອິນເດຍ ແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບຮັກສາການຕິດຕໍ່ພົວພັນ ແລະ ສືບຕໍ່ບັນດາຄວາມມານະພະຍາຍາມ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດພິເສດ ແລະ ສິດພິເສດ ສະເພາະຂອງສອງປະເທດ. ອິນເດຍ ແລະ ລັດເຊຍ ກໍມີຄວາມເພິ່ງພໍໃຈຕໍ່ການເຕີບໂຕທີ່ໜ້າຊື່ນຊົມໃນຂົງເຂດການຄ້າສອງຝ່າຍ ປີ 2022 ຜ່ານມາ ແລະ ຊຸມເດືອນຕົ້ນປີ 2023 ນີ້.

       ນັກຂ່າວ VOV ປະຈຳ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ