ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ ຢັ້ງ​ຢືນ​ພັນ​ທະ​ມິດການ​ທະ​ຫານ ໂດຍ ອາ​ເມ​ລິ​ກາ ນຳ​ພາ ໄດ້​ສິ້ນ​ສຸດ​ພາ​ລະ​ກຳ​ຢູ່​ປະ​ເທດ​ນີ້

(VOVWORLD) -ພາລະກຳຕໍ່ສູ້ຂອງສຳພັນທະມິດການທະຫານສາກົນໄດ້ສິ້ນສຸດລົງແລ້ວ, ອຸປະກອນຮັບໃຊ້ການຕໍ່ສູ້ກໍໄດ້ຍົກຍ້າຍອອກຈາກ ອີຣັກ. ບົດບາດຂອງສຳພັນທະມິດການທະຫານນີ້ໄດ້ຈຳກັດ ດ້ວຍໜ້າທີ່ເປັນທີ່ປຶກສາ ແລະ ໜູນຊ່ວຍ, ເໝາະສົມກັບການເຈລະຈາຍຸດທະສາດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ ຢັ້ງ​ຢືນ​ພັນ​ທະ​ມິດການ​ທະ​ຫານ ໂດຍ ອາ​ເມ​ລິ​ກາ ນຳ​ພາ ໄດ້​ສິ້ນ​ສຸດ​ພາ​ລະ​ກຳ​ຢູ່​ປະ​ເທດ​ນີ້ - ảnh 1ທ່ານນາຍົກລັດຖະມົນຕີ ອີຣັກ Mustafa al – Kadhimi (ພາບ: AFP/TTXVN)

ວັນທີ 29 ທັນວາ, ທ່ານນາຍົກລັດຖະມົນຕີ ອີຣັກ Mustafa al – Kadhimi ກຳນົດວ່າ ພາລະກຳຕໍ່ສູ້ຂອງກຳລັງສຳພັນທະມິດການທະຫານ ໂດຍ ອາເມລິກາ ນຳພາຢູ່ ອີຣັກ ໄດ້ສິ້ນສຸດລົງ ພາຍຫຼັງທີ່ກຳລັງດັ່ງກ່າວຖອນຕົວອອກຈາກປະເທດນີ້.

        ໃນສື່ສັງຄົມອອນລາຍ Twitter ຂອງ ຫ້ອງການສື່ມວນຊົນຂອງທ່ານນາຍົກລັດຖະມົນຕີ ອີຣັກ, ທ່ານ Mustafa al – Kadhimi ຊີ້ແຈ້ງວ່າ: ພາລະກຳຕໍ່ສູ້ຂອງສຳພັນທະມິດການທະຫານສາກົນໄດ້ສິ້ນສຸດລົງແລ້ວ, ອຸປະກອນຮັບໃຊ້ການຕໍ່ສູ້ກໍໄດ້ຍົກຍ້າຍອອກຈາກ ອີຣັກ. ບົດບາດຂອງສຳພັນທະມິດການທະຫານນີ້ໄດ້ຈຳກັດ ດ້ວຍໜ້າທີ່ເປັນທີ່ປຶກສາ ແລະ ໜູນຊ່ວຍ, ເໝາະສົມກັບການເຈລະຈາຍຸດທະສາດ.

        ວັນທີ 5 ມັງກອນ 2020, ສະພາແຫ່ງຊາດ ອີຣັກ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງໃຫ້ລັດຖະບານຢຸດຕິການປະກົດຕົວຂອງບັນດາກຳລັງຕ່າງປະເທດຢູ່ ອີຣັກ. ຮອດເດືອນກໍລະກົດ 2021, ອາເມລິກາ ແລະ ອີຣັກ ໄດ້ຈັດຕັ້ງການເຈລະຈາຍຸດທະສາດ, ໃນນັ້ນສອງປະເທດໄດ້ເຫັນດີເປັນເອກະພາບຖອນກຳລັງຕໍ່ສູ້ທັງໝົດຂອງ ອາເມລິກາ ອອກຈາກ ອີຣັກ ກ່ອນວັນທີ 31 ທັນວາ.


ຕອບກັບ

ຂ່າວ/ບົດ​ອື່ນ