ທ່ານນາຍົກລັດຖະມົນຕີ ອີຣັກ ໃຫ້ຄຳໝັ້ນສັນຍາປົກປ້ອງຊາວ Kurd

(VOVWORLD) - ທ່ານນາຍົກລັດຖະມົນຕີ ອີຣັກ         Haider al – Abadi ໄດ້ຖະແຫຼງວ່າ ຈະປົກປ້ອງປະຊາຄົມ ຊາວ Kurd ຢູ່ປະເທດນີ້ຕໍ່ໜ້າການບຸກໂຈມຕີ

ທ່ານນາຍົກລັດຖະມົນຕີ ອີຣັກ ໃຫ້ຄຳໝັ້ນສັນຍາປົກປ້ອງຊາວ Kurd - ảnh 1 ທ່ານນາຍົກລັດຖະມົນຕີ ອີຣັກ  Haider al – Abadi

(ພາບ: Reuters)

ວັນທີ 30 ກັນຍາ, ທ່ານນາຍົກລັດຖະມົນຕີ ອີຣັກ Haider al – Abadi ໄດ້ຖະແຫຼງວ່າ ຈະປົກປ້ອງປະຊາຄົມ ຊາວ Kurd ຢູ່ປະເທດນີ້ຕໍ່ໜ້າການບຸກໂຈມຕີ, ໃນສະພາບການຄວາມເຄັ່ງຕຶງຢູ່ພາຍໃນປະເທດ ກໍ່ຄືໃນພາກພື້ນ ພວມເພີ່ມຂຶ້ນພາຍຫຼັງການລົງປະຊາມະຕິພຽງລຳພັງຝ່າຍດຽວກ່ຽວກັບພື້ນຖານເອກະລາດຂອງປະຊາຄົມນີ້. ໃນສານຝາກເຖິງປະຊາຊົນຢູ່ເຂດປົກຄອງດ້ວຍຕົນເອງຊາວ Kurd ທີ່ເອົາລົງໃນແວບໄຊສັງຄົມ Twitter, ທ່ານ al – Abadi ເນັ້ນໜັກວ່າ: Baghdad “ຈະປົກປ້ອງຊາວ Kurd ຄືດັ່ງປົກປ້ອງປະຊາຊົນ ອີຣັກ ແລະ ບໍ່ອະນຸຍາດບໍ່ວ່າການບຸກໂຈມຕີໃດໆແນໃສ່ປະຊາຄົມນີ້”. ທ່ານນາຍົກລັດຖະມົນຕີ ອີຣັກ ກໍ່ຢືນຢັນວ່າ ຊາວ Kurd ແລະ ຊາວ ອີຣັກ ຈະພ້ອມກັນແບ່ງປັນບັນດາຜົນປະໂຫຍດ ແລະ Baghdad ຈະບໍ່ອະນຸຍາດປະໃຫ້ເກີດບໍ່ວ່າການກະທຳໃດໆທີ່ກໍ່ຜົນຮ້າຍໃຫ້ຊາວ Kurd.

ຕອບກັບ

ຂ່າວ/ບົດ​ອື່ນ