ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ ໄປ​ຢ້ຽມ​ຢາມ ຊີ​ຣີ ເປັນ​ຄັ້ງ​ທຳ​ອິດ ພາຍຫຼັງ 12 ປີ

(VOVWORLD) - ການນຳສອງທ່ານ ໄດ້ພ້ອມກັນປຶກສາຫາລືກ່ຽວກັບເລື່ອງ “ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ, ໄປຄຽງຄູ່ກັບຄວາມມານະພະຍາຍາມລວມ ເພື່ອແນໃສ່ຕ້ານລັດທິກໍ່ການຮ້າຍ”. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ ໄປ​ຢ້ຽມ​ຢາມ ຊີ​ຣີ ເປັນ​ຄັ້ງ​ທຳ​ອິດ ພາຍຫຼັງ 12 ປີ - ảnh 1ທ່ານນາຍົກລັດຖະມົນຕີ ອີຣັກ Mohammed Shia Al-Sudani (ເບື້ອງຂາວມື)  ແລະ ທ່ານປະທານາທິບໍດີ ຊີຣີ Bashar al-Assad ຢູ່ Damascus ວັນທີ 16 ກໍລະກົດ 16/7/2023 (ພາບ: AFP/TTXVN)

ວັນທີ 16 ກໍລະກົດ, ທ່ານນາຍົກລັດຖະມົນຕີ ອີຣັກ Mohammed Shia Al – Sudani ເລີ່ມຕົ້ນການຢ້ຽມຢາມ ຊີຣີ ຢ່າງເປັນທາງການ ດ້ວຍຈຸດປະສົງ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນລະຫວ່າງສອງປະເທດ. ນີ້ເປັນການຢ້ຽມຢາມ Damascus ຄັ້ງທຳອິດຂອງການນຳ ອີຣັກ ພາຍຫຼັງສົງຄາມການເມືອງເກີດຂຶ້ນຢູ່ ຊີຣີ ໃນປີ 2011.

        ພາຍຫຼັງເດີນທາງມາຮອດ Damascus, ທ່ານນາຍົກລັດຖະມົນຕີ ອີຣັກ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ ຊີຣີ Bashar al – Assad. ຕາມແຈ້ງການຈາກຫ້ອງວ່າການປະທານາທິບໍດີ Assad ໃຫ້ຮູ້ວ່າ ການນຳສອງທ່ານ ໄດ້ພ້ອມກັນປຶກສາຫາລືກ່ຽວກັບເລື່ອງ “ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ, ໄປຄຽງຄູ່ກັບຄວາມມານະພະຍາຍາມລວມ ເພື່ອແນໃສ່ຕ້ານລັດທິກໍ່ການຮ້າຍ”. ການນຳສອງທ່ານກໍໄດ້ປຶກສາຫາລືກ່ຽວກັບການຮ່ວມມືດ້ານເສດຖະກິດການຄ້າ, ຄວາມສາມາດເຊື່ອມຕໍ່ຄືນການເຄື່ອນໄຫວສົ່ງອອກຂອງທໍ່ລະບົບສົ່ງນ້ຳມັນຢູ່ທະເລ ເມດີເຕຣາເນ, ຮ່ວມມືຕ້ານການຄ້າຂາຍຢາເສບຕິດ ແລະ ສະກັດກັ້ນຄວາມສ່ຽງ IS ແຊກຊຶມຜ່ານຊາຍແດນລວມ ເຊິ່ງມີຄວາມຍາວ 600 Km.


ຕອບກັບ

ຂ່າວ/ບົດ​ອື່ນ