ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອະ​ນຸ​ມັດ​ຜ່ານແຜນ​ການ​ປະ​ຕິ​ບັດ​ສັນ​ຍາ EVFTA

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫາກໍ່ໃຫ້ອະນຸມັດຜ່ານແຜນການປະຕິບັດສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EU) (EVFTA).
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອະ​ນຸ​ມັດ​ຜ່ານແຜນ​ການ​ປະ​ຕິ​ບັດ​ສັນ​ຍາ EVFTA - ảnh 1 ກອງປະຊຸມທາງອອນລາຍກ່ຽວກັບການຜັນຂະຫຍາຍປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ EU (ພາບ: BNEWS/TTXVN)

ແຜກການຮຽກຮ້ອງໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນ ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈັດຕັ້ງການຜັນຂະຫຍາຍປະຕິບັດບັນດາໜ້າທີ່ພື້ນຖານຄື: ໂຄສະນາ, ເຜີຍແຜ່ບັນດາຂໍ້ມູນຂ່າວສານກ່ຽວກັບ EVFTA ແລະ ຕະຫຼາດຂອງບັນດາປະເທດ EU, ສ້າງກົດໝາຍ, ລະບອບລະບຽບການ, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ ແລະ ພັດທະນາຊັບພະຍາກອນມະນຸດ, ແຜນນະໂຍບາຍ ແລະ ນະໂຍບາຍສຳລັບອົງການກຳມະບານ ແລະ ບັນດາອົງການຈັດຕັ້ງຂອງຜູ້ອອກແຮງງານຢູ່ບັນດາຮາກຖານວິສາຫະກິດ, ນະໂຍບາຍຮັບປະກັນຊີວິດສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ.

ທ່ານນາຍົກລັດຖະມົນຮຽກຮ້ອງໃຫ້ຍູ້ແຮງບັນດາໂຄງການຊຸກຍູ້ການຄ້າ - ການລົງທຶນຢູ່ບັນດາປະເທດ EU ເພື່ອແນໃສ່ແຈ້ງໃຫ້ປະຊາຄົມວິສາຫະກິດບັນດາປະເທດຮັບຊາບກ່ຽວກັບກາລະໂອກາດ ແລະ ທ່າໄດ້ປຽບຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລົງທຶນຢູ່ຫວຽດນາມ, ຜ່ານນັ້ນກໍ່ພັດທະນາການພົວພັນດ້ານການຄ້າ, ດຶງດູດເງິນລົງທຶນຈາກຕ່າງປະເທດເຂົ້າໃນບັນດາຂົງເຂດຈຸດສຸມ. ພ້ອມກັນນັ້ນແມ່ນສ້າງບັນດາໂຄງການໜູນຊ່ວຍ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງໃຫ້ແກ່ບັນດຂະແໜງສິນຄ້າ, ວິສາຫະກິດ, ພິເສດແມ່ນວິສາຫະກິດຂະໜາດນ້ອຍແລະ ກາງ, ຈຸນລະວິສາຫະກິດ, ຊາວກະສິກອນໃຫ້ເໝາະສົມກັບຄຳໝັ້ນສັນຍາສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ