ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກ​ະ​ຕິ, ເປັນ​ເຈົ້າ​ການ​ຕໍ່​ກາ​ນ​ຜັນ​ແປຍາກ​​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້

(VOVWORLD) -ຕອນເຊົ້າວັນທີ 22 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານລົງເລິກຫົວເລື່ອງ ສ້າງກົດໝາຍເດືອນ ກັນຍາ 2022.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກ​ະ​ຕິ, ເປັນ​ເຈົ້າ​ການ​ຕໍ່​ກາ​ນ​ຜັນ​ແປຍາກ​​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້ - ảnh 1ກອງປະຊຸມຂອງລັດຖະບານ  (ພາບປະກອບ: Chinhphu.vn)

ກ່າວຄຳເຫັນໄຂກອງປະຊຸມ,  ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ເນັ້ນໜັ້ກວ່າ ປັດຈຸບັນ, ສະພາບການໂລກພວມມີການຜັນແປຢ່າງສັບສົນ ແລະ ຢ່າງທີ່ຈະຄາດຄະເນລ່ວງໜ້າໄດ້, ການເຕີບໂຕຂອງບັນດາປະເທດສ່ວນຫຼາຍມີທ່າອ່ຽງຫຼຸດລົງ, ໄພເງິນເຟີ້ເພີ່ມຂຶ້ນ ແລະ ດອກເບ້ຍກໍເພີ່ມຂຶ້ນ. ຕໍ່ໜ້າສະພາບການນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ:

        “ພວກເຮົາບໍ່ຄວນກະວົນກະວາຍ, ແຕ່ກໍບໍ່ຄວນປະໝາດ, ຕ້ອງເປັນເຈົ້າການ. ເປົ້າໝາຍ ແລະ ໃຫ້ບຸລິມະສິດແກ່ການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາດຸ່ນດ່ຽງໃຫຍ່, ທັງມີລັກສະນະຍາວນານ. ຕ້ອງຮັບປະກັນສະຖຽນລະພາບໃນເງື່ອນໄຂທີ່ບໍ່ເປັນປົກກະຕິ; ຮັກສາທ່າເປັນເຈົ້າການຕໍ່ການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນໂລກ.”

ຕາມວາລະ, ໃນກອງປະຊຸມດັ່ງກ່າວ, ລັດຖະບານຈະຮັບຟັງແຜນຮ່າງ, ຄຳເຫັນປະກອບໃສ່ການວາງແຜນຜັງສັງລວມລະດັບຊາດ ໄລຍະ 2021 – 2030; ນະໂຍບາຍກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ສະເໜີໃຫ້ສ້າງກົດໝາຍວ່າດ້ວຍທະບຽນສານ, ກົດໝາຍວ່າດ້ວຍບໍ່ແຮ່ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຢາ.

ຕອບກັບ

ຂ່າວ/ບົດ​ອື່ນ