ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ສະ​ບຽງ​ອາ​ຫານໃຫ້​​ພຽງ​ພໍ​​ແກ່ ປະ​ຊາ​ຊົ​ນ 100 ລ້ານ​ຄົນ​

(VOVWORLD) -ວັນທີ 31 ມີນາ, ທີ່ກອງປະຊຸມຄະນະປະຈຳລັດຖະບານ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຊີ້ແຈ້ງວ່າ ການສົ່ງອອກແມ່ນຈຳເປັນ, ແມ່ນທ່າແຮງຂອງ ຫວຽດນາມ ແຕ່ວ່າໃນສະພາບການຄືໃນປັດຈຸບັນ ການສົ່ງອອກຕ້ອງໄດ້ຮັບການຄວບຄຸມເພື່ອຮັບປະກັນດ້ານສະບຽງອາຫານ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ສະ​ບຽງ​ອາ​ຫານໃຫ້​​ພຽງ​ພໍ​​ແກ່ ປະ​ຊາ​ຊົ​ນ 100 ລ້ານ​ຄົນ​ - ảnh 1ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ (ພາບ: VGP) 

 ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມບໍລິຫານຢ່າງແໜ້ນແຟ້ນ, ມີການຄວບຄຸມເພື່ອຮັບປະກັນດ້ານສະບຽງອາຫານຢ່າງພຽງພໍໃຫ້ແກ່ປະຊາຊົນ 100 ລ້ານຄົນ, ຮຽກຮ້ອງໃຫ້ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດຫວຽດນາມ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ກໍ່ຄືທ້ອງຖິ່ນຕ່າງໆໃນທົ່ວປະເທດຊີ້ນຳ, ຍູ້ແຮງການຜະລິດກະສິກຳ. ພ້ອມກັນນັ້ນ, ບັນດາເຂດທີ່ມີສະມັດຕະພາບສູງ, ຄຸນນະພາບດີ ກໍ່ໃຫ້ຄິດໄລ່ເຖິງການສົ່ງອອກ ສະບຽງອາຫານ.

ທ່ານນາຍົກລັດຖະມົນຕີສະເໜີໃຫ້ກະຊວງການເງິນຫວຽດນາມ ສຸມໃສ່ຊື້ ເຂົ້າສານ ແລະ ເຂົ້າເປືອກໃຫ້ມີປະລິມານຢ່າງພຽງພໍເພື່ອສະສົມຕາມດັດຊະນີສະສົມແຫ່ງຊາດ ປີ 2020, ຕອບສະໜອງຕາມ ຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນ, ກະທັນຫັນຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ