ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປະກາດ 2 ສາຍການບິນໃໝ່ສອງສາຍໄປຍັງຍີ່ປຸ່ນ

(VOVWORLD) - ເລື່ອງ ເປີດສາຍການບິນໃໝ່ 2 ສາຍຈະໜູນຊ່ວຍໃຫ້ແກ່ການພັດທະນາຂອງສອງປະເທດ, ປະຕິບັດແຜນນະໂຍບາຍຂອງສອງລັດຖະບານ, ນະຍົກລັດຖະມົນຕີ ສອງທ່ານ.
ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປະກາດ 2 ສາຍການບິນໃໝ່ສອງສາຍໄປຍັງຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປະກາດ 2 ສາຍການບິນໃໝ່ສອງສາຍໄປຍັງຍີ່ປຸ່ນ (ພາບ: TTXVN)

 ຕອນບ່າຍວັນທີ 1 ກໍລະກົດ, ທີ່ນະຄອນຫຼວງ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມ ພິທີປະກາດສາຍການບິນໃໝ່ສອງສາຍໄປຍັງຍີ່ປຸ່ນ ຂອງບໍລິສັດການບິນ Vietjet. ສອງສາຍການບິນດັ່ງກ່າວລວມມີ: ນະຄອນ ໂຮ່ຈີມິນ - ໂຕກຽວ (Narita) ແລະ ໂຕກຽວ - ນະຄອນໂຮ່ຈີມິນ ປະຈຳວັນ ເລີ່ມແຕ່ວັນທີ 12 ກໍລະກົດ 2019; ສາຍການບິນ ດ່ານັ້ງ - ໂຕກຽວ  (Haneda) ແລະ ໂຕກຽວ   - ດ່ານັ້ງ ເລີ່ມແຕ່ວັນທີ 26 ຕຸລາ 2019. ປັດຈຸບັນ Vietjet ມີ 3 ສາຍການບິນ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ລວມມີ: ນະຄອນ ໂຮ່ຈີມິນ - Osaka, ຮ່າໂນ້ຍ - Osaka, ຮ່າໂນ້ຍ - ໂຕກຽວ.

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີໄດ້ຊົມເຊີຍເລື່ອງ Vietjet ເປີດສາຍການບິນໃໝ່ກໍ່ຄືເລື່ອງກາຍເປັນສະມາຊິກສະຫະສະມາຄົມວິສາຫະກິດ ຢີ່ປຸ່ນ( Keidraren), ອົງການຈັດຕັ້ງເສດຖະກິດໃຫຍ່ທີ່ສຸດຂອງ ຍີ່ປຸ່ນ. ນີ້ແມ່ນເຫດການສຳຄັນຂອງ Vietjet ກໍ່ຄືວິສາຫະກິດ ຫວຽດນາມ. ເລື່ອງ ເປີດສາຍການບິນໃໝ່ 2 ສາຍຈະໜູນຊ່ວຍໃຫ້ແກ່ການພັດທະນາຂອງສອງປະເທດ, ປະຕິບັດແຜນນະໂຍບາຍຂອງສອງລັດຖະບານ, ນະຍົກລັດຖະມົນຕີ ສອງທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ