ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມ​ພິ​ທີ​ມອບລາງວັນສື່ມວນຊົນ ຄັ້ງ​ທີ VI ປີ 2021

(VOVWORLD) -ກ່າວຄຳເຫັນທີ່ພິທີ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາ ສູນກາງພັກ ໄດ້ຕີລາຄາສູງຕໍ່ບົດບາດຂອງສື່ມວນຊົນໃນການປະກອບສ່ວນຊ່ວຍໃຫ້ ປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ, ເພື່ອນມິດສາກົນ ມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບ ພັກກອມມູນິດ ຫວຽດນາມ ແລະ ວຽກງານກໍ່ສ້າງ, ປັບປຸງພັກ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມ​ພິ​ທີ​ມອບລາງວັນສື່ມວນຊົນ ຄັ້ງ​ທີ VI ປີ 2021 - ảnh 1 ພິທີມອບລາງວັນສື່ມວນຊົນ ຄັ້ງທີ VI ປີ 2021(ພາບ:  TTXVN)

ຕອນຄ່ຳວັນທີ 21 ມັງກອນ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3 ກຸມພາ ປີ 1930 – 3 ກຸມພາ ປີ 2022) ໄດ້ດຳເນີນພິທີປະກາດ ແລະ ມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ ໂດຍມີຊື່ວ່າຄ້ອນຕີກ່ຽວຄຳ ຄັ້ງທີ VI  - ປີ 2021. ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາ ສູນກາງພັກ ໄດ້ຕີລາຄາສູງຕໍ່ບົດບາດຂອງສື່ມວນຊົນໃນການປະກອບສ່ວນຊ່ວຍໃຫ້ ປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ, ເພື່ອນມິດສາກົນ ມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບ ພັກກອມມູນິດ ຫວຽດນາມ ແລະ ວຽກງານກໍ່ສ້າງ, ປັບປຸງພັກ; ກ່ຽວກັບຜົນງານ ທີ່ປະເທດຊາດຍາດມາໄດ້ພາຍໃຕ້ການນຳພາຂອງພັກ, ປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ ແລະ ລະບອບສັງຄົມນິຍົມ.

ທີ່ພິທີ, ຄະນະຈັດຕັ້ງໄດ້ມອບ  ລາງວັນ A ຈຳນວນ 6 ລາງວັນ, ລາງວັນ Bຈຳນວນ 12 ລາງວັນ, ລາງວັນ C ຈຳນວນ 16 ລາງວັນ, ລາງວັນຊົມເຊີຍ30 ລາງວັນ ແລະ ລາງວັນຫົວເລື່ອງສະເພາະ10 ລາງວັນ. ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບ 3 ລາງວັນ ໃນນັ້ນມີ ລາງວັນ B ຈຳນວນ 1 ລາງວັນ,  ລາງວັນ C ຈຳນວນ 1 ລາງວັນ ແລະ ລາງວັນຊົມເຊີຍ1 ລາງວັນ.

ຕອບກັບ

ຂ່າວ/ບົດ​ອື່ນ