ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຫຼອງ​ໂຄງ​ການ​ລົງ​ທຶນ​ກໍ່​ສ້າງ​ກິດ​ຈະ​​ການ​ເສັ້ນ​ທາງ​ຄວາມ​ໄວ​ສູງ ເໜືອ - ໃຕ້​ທາງ​ທິດ​ຕາ​ເວັນ​ອອກ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັ້ກວ່າ ການພັດທະນາພື້ນຖານໂຄງລ່າງ, ເປັນຕົ້ນແມ່ນພື້ນຖານໂຄງລ່າງຄົມມະນາຄົມ ແມ່ນຂັ້ນຕອນບຸກທະລຸດ້ານຍຸດທະສາດຂອງ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຫຼອງ​ໂຄງ​ການ​ລົງ​ທຶນ​ກໍ່​ສ້າງ​ກິດ​ຈະ​​ການ​ເສັ້ນ​ທາງ​ຄວາມ​ໄວ​ສູງ ເໜືອ - ໃຕ້​ທາງ​ທິດ​ຕາ​ເວັນ​ອອກ  - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ 

ຕອນເຊົ້າວັນທີ 29 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຄງການລົງທຶນກໍ່ສ້າງກິດຈະການເສັ້ນທາງຄວາມໄວສູງ ເໜືອ - ໃຕ້ທາງທິດຕາເວັນອອກ ໄລຍະ 2017 – 2020 ຕອນ ມາຍເຊີນ - ເສັ້ນທາງແຫ່ງຊາດເລກ 45 ແລະ ຕອນ ຟານທຽດ - ເຢົາໄຢ. ເຫດການໄດ້ຈຶ້ນຂຶ້ນແບບທາງໄກ ຢູ່ສອງສະຖານທີ່ຖ່າຍທອດແມ່ນ: ຢູ່ແຂວງ ບິ່ງທ້ວນ (ຂຶ້ນກັບກິດຈະການຟານທຽດ - ເຢົາໄຢ) ແລະ ແຂວງ ແທງຮວາ (ຂຶ້ນກັບກິດຈະການ ມາຍເຊີນ - ເສັ້ນທາງແຫ່ງຊາດ ເລກ 45).

ກ່າວຄຳເຫັນຢູ່ພິທີ ສະຖານທີ່ຖ່າຍທອດສົດ ບິ່ງທ້ວນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັ້ກວ່າ ການພັດທະນາພື້ນຖານໂຄງລ່າງ, ເປັນຕົ້ນແມ່ນພື້ນຖານໂຄງລ່າງຄົມມະນາຄົມ ແມ່ນຂັ້ນຕອນບຸກທະລຸດ້ານຍຸດທະສາດຂອງ ຫວຽດນາມ.

ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ການສຳເລັດສອງເສັ້ນທາງຄວາມໄວສູງນີ້ ມີບົດບາດ ແລະ ຄວາມໝາຍສຳຄັນໃນການພັດທະນາເສດຖະກິດ ສັງຄົມ ຂອງບັນດາແຂວງ ບິ່ງທ້ວນ, ດົ່ງນາຍ, ນິງບິ່ງ, ແທງຮວາເວົ້າສະເພາະ, ບັນດາທ້ອງຖິ່ນໃກ້ຄຽງ, ຂອງເຂດ ແລະ ທົ່ວປະເທດເວົ້າລວມ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງ ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຈັດການເຄື່ອນໄຫວ, ຂຸດຄົ້ນຮັບປະກັນຄວາມປອດໄພ ແລະ ປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ