ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ກັບ​ບັນ​ດາ​ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ​ຫວຽດ​ນາມ​ປະ​ຈຳ ຕ່າງ​ປະ​ເທດ​ກ່ຽວ​ກັບ​ການ​ຍູ້​ແຮງ​ວຽກ​ງານ​ການ​​ທູດເສດ​ຖະ​ກິດ

(VOVWORLD) - ກອງປະຊຸມໄດ້ຈັດຂຶ້ນແບບທາງໄກສົມທົບເຊິ່ງໜ້າຢູ່ສຳນັກງານລັດຖະບານ ເຊື່ອມຕໍ່ກັບບັນດາອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ກັບ​ບັນ​ດາ​ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ​ຫວຽດ​ນາມ​ປະ​ຈຳ ຕ່າງ​ປະ​ເທດ​ກ່ຽວ​ກັບ​ການ​ຍູ້​ແຮງ​ວຽກ​ງານ​ການ​​ທູດເສດ​ຖະ​ກິດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ 

ຕອນບ່າຍວັນທີ 18 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລະຫວ່າງ ນາຍົກລັດຖະມົນຕີກັບບັນດາຫົວໜ້າອົງການຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ກ່ຽວກັບການຍູ້ແຮງວຽກງານການທູດເສດຖະກິດ ຊຸກຍູ້ການເຕີບໂຕໃນ 6 ເດືອນທ້າຍປີ 2024 ແລະ ຊຸມປີຕໍ່ໄປ. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກສົມທົບເຊິ່ງໜ້າຢູ່ສຳນັກງານລັດຖະບານ ເຊື່ອມຕໍ່ກັບບັນດາອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາວ່າ ເວລາຜ່ານມາວຽກງານການທູດເສດຖະກິດບັນລຸໝາກຜົນທີ່ຕັ້ງໜ້າ, ແທດຈິງ ແລະ ມີປະສິດທິຜົນກ່ວາ. ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ ໃນໄລຍະຈະມາເຖິງສະພາບການໂລກມີສິ່ງທ້າທາຍນາໆປະກາດຄື: ຊັບພະຍາກອນທຳມະຊາດຖືກຂາດແຄນ, ການປ່ຽນແປງຂອງດິນຟ້າອາກາດ, ປະຊາຊົນໃນເກນອາຍຸສູງ, ການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ໄພເງິນເຟີ້ຢູ່ບັນດາປະເທດໃຫຍ່ກໍ່ຜົນສະທ້ອນຕໍ່ນະໂຍບາຍເງິນຕາຂອງ ຫວຽດນາມ, ການຂາດວັດຂາດຕອນໃນລະບົບສະໜອງ, ລະບົບຜະລິດທົ່ວໂລກ… ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີຂະແໜງການຕ່າງປະເທດ, ບັນດາອົງການຕາງໜ້າຫວຽດນາມປະຈຳ ຕ່າງປະເທດມີຄວາມຕັດສິນໃຈຢ່າງສູງ, ມານະພະຍາຍາມ, ມີການກະທຳຢ່າງຂ້ຽວຂາດ, ມີຈຸດສຸມ, ສຸມໃສ່ກຳລັງໜູນສົ່ງອອກ, ປັບປຸງສະພາບແວດລ້ອມແຫ່ງການຮ່ວມມື, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການພົວພັນແລກປ່ຽນປະຊາຊົນ, ຍູ້ແຮງການທ່ອງທ່ຽວ. ທ່ານນາຍົກລັດຖະມົນຕີ ຊີ້ນຳຊຸກຍູ້ການເປີດກວ້າງຕະຫຼາດຕາເວັນອອກກາງ, ອາເມລິກາໃຕ້, ຊຸກຍູ້ການສົ່ງອອກຜະລິດຕະພັນ Halal, ສືບຕໍ່ເຈລະຈາລົງນາມບັນດາສັນຍາການຄ້າເສລີ (FTA) ກັບພາກພື້ນຕາເວັນອອກກາງ, ອາບຟຼິກກາ, ອາເມລິກາໃຕ້; ສະເໜີບັນດາອົງການຕາງໜ້າຕິດຕາມສະພາບການຢ່າງໃກ້ຊິດກ່ຽວກັບມາດຕະການປ້ອງກັນການຄ້າ ຂອງບັນດາປະເທດໝູນໃຊ້ສຳລັບຜະລິດຕະພັນສົ່ງອອກຂອງຫວຽດນາມ ເພື່ອມີມາດຕະການຮັບມືໂດຍໄວ, ຈາກໄກ.

ຕອບກັບ

ຂ່າວ/ບົດ​ອື່ນ