ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ປະ​ຈຳ​ເດືອນ​ພະ​ຈິກຂອງ​ລັດ​ຖະ​ບານ

(VOVWORLD) -ຕອນເຊົ້າວັນທີ 1 ທັນວາ, ຢູ່ສຳນັກງານລັດຖະບານ ຫວຽດນາມ ໄດ້ຈັດກອງປະຊຸມປະຈຳເດືອນພະຈິກປີ 2022 ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ປະ​ຈຳ​ເດືອນ​ພະ​ຈິກຂອງ​ລັດ​ຖະ​ບານ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຢູ່ກອງປະຊຸມ, ລັດຖະບານ ໄດ້ຕີລາຄາສູງສະພາບການເສດຖະກິດ - ສັງຄົມ ເດືອນພະຈິກ ແລະ 11 ເດືອນຕົ້ນປີ 2022, ສະພາບການປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ສະພາບການປ່ອຍເງິນລົງທຶນພາກລັດ 11 ເດືອນຕົ້ນປີ 2022, ສະພາບການຜັນຂະຫຍາຍ 3 ໂຄງການເປົ້າໝາຍແຫ່ງຊາດ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ເດືອນ ພະຈິກ, ເສດຖະກິດມະຫາພາກມີສະຖຽນລະພາບໂດຍພື້ນຖານ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ສືບຕໍ່ຊຸກຍູ້ການເຕີບໂຕດ້ານເສດຖະກິດ, ຮັບປະກັນການດຸ່ນດ່ຽງໃຫຍ່, ລາຍຮັບງົບປະມານເກີນລາຍຈ່າຍ, ມີຄວາມສາມາດບົ່ມຊ້ອນເພື່ອແກ້ໄຂບັນດາບັນຫາພົ້ນເດັ່ນ, ເປັນຕົ້ນບັນຫາເພີ່ມເງິນເດືອນ, ລົງທຶນພື້ນຖານໂຄງລ່າງຍຸດທະສາດ, ການສົ່ງອອກເກີນດຸນກ່ວາ 10 ຕື້ USD, ຄັ້ງປະກັນສະບຽງອາຫານ, ທັນຍາຫານ, ການສົ່ງອອກຜະລິດຕະພັນກະເສດ, ສະບຽງອາຫານຫຼາຍຢ່າງ. ສະພາບການດ້ານການເມືອງມີສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັບປະກັນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເອກະລາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຮັກສາຢ່າງໝັ້ນແກ່ນ, ການເພີ່ມທະວີການເຄື່ອນໄຫວທາງການທູດໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ ແລະ ມີປະສິດທິຜົນ.

        ທ່ານນາຍົກລັດຖະມົນຕີໃຫ້ຂໍ້ສັງເກດວ່າ, ໃນໄລຍະຈະມາເຖິງຄາດວ່າສະພາບການຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ຮຽກຮ້ອງຕ້ອງກຳແໜ້ນສະພາບການ, ແກ້ໄຂຢ່າງມີໄຫວພິບ ເພື່ອປະຕິບັດສຳເລັດບັນດາເປົ້າໝາຍປີ 2022 ໂດຍສະພາແຫ່ງຊາດມອບໝາຍໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ