ທ່ານນາຍົກລັດຖະມົນຕີ ເມເລເຊຍ: ວິວັດການພັດທະນາຂອງ ຫວຽດນາມ ແມ່ນບັນດາບົດຮຽນທີ່ດີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ຖືວ່າ: ລັດຖະບານ ຫວຽດນາມ ຖື ມາເລເຊຍ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນ. ທ່ານກໍແຈ້ງໃຫ້ຊາບ ບັນດາການປຶກສາຫາລືຂອງທ່ານ ກັບບັນດາການນຳ ຫວຽດນາມ ໂດຍສຸມໃສ່ເຂົ້າໃນບາງບັນຫາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແລະ ຄວບຄຸມຊາຍແດນ
ທ່ານນາຍົກລັດຖະມົນຕີ ເມເລເຊຍ: ວິວັດການພັດທະນາຂອງ ຫວຽດນາມ ແມ່ນບັນດາບົດຮຽນທີ່ດີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະທ່ານນາຍົກລັດຖະມົນຕີ ມາເລຊຍ Anwar Ibrahim ເປັນສັກຂີພິຍານພິທີລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງສະຫະພັນການຄ້າ - ອຸດສາຫະກຳ ຫວຽດນາມ ກັບ ຫ້ອງການການຄ້າ ແລະອຸດສາຫະກຳ ແຫ່ງຊາດ ມາເລເຊຍ ເມື່ອວັນທີ 20 ກໍລະກົດປີ 2023. ພາບ:Dương Giang/TTXVN 

ວິວັດການ ຊື່ງ ຫວຽດນາມ  ໄດ້ຜ່ານຜ່າສົງຄາມ, ຟື້ນຟູ ແລະພັດທະນາຄືປະຈຸບັນ ແມ່ນມີຫລາຍບົດຮຽນ ຊື່ງ ມາເລເຊຍ ອາດຈະຮ່ຳຮຽນເອົາໄດ້. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໃນການຖະແຫລງຂ່າວຈັດຂຶ້ນເມື່ອວັນທີ 22 ກໍລະກົດ ຢູ່ ກົວລາລຳເປີ ຕໍ່ກັບສື່ມວນຊົນ ມາເລເຊຍ ພາຍຫລັງການຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ໃນສອງວັນ ຄືວັນທີ 20 ແລະ 21 ກໍລະກົດ. ທ່ານນາຍົກລັດຖະມົນຕີ ມາເລເຊຍ ຖືວ່າ: ຫວຽດນາມ ໄດ້ໄປໄວກວ່າມາເລເຊຍ ໃນບາງຂົງເຂດ ຍ້ອນໄດ້ສຸມໃສ່ພັດທະນາເສດຖະກິດ ແລະ ໝູນໃຊ້ບັນດາມາດຕະການຢ່າງເຄັ່ງຄັດກ່ຽວກັບບັນດາບັນຫາບໍລິຫານ ແລະ ຕ້ານການສໍ້ລາດບັງຫລວງ. ມາເລເຊຍ ປະຈຸບັນ ອາດຈະຮ່ຳຮຽນເອົາບົດຮຽນ ຈາກ ຫວຽດນາມ ກ່ຽວກັບນະໂຍບາຍແຫ່ງຊາດຢ່າງຈະແຈ້ງ ໃນຂົງເຂດການລົງທຶນເພື່ອສົ່ງເສີມການລົງທຶນຕ່າງປະເທດ.

ທີ່ການຖະແຫລງຂ່າວ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ຖືວ່າ: ລັດຖະບານ ຫວຽດນາມ ຖື ມາເລເຊຍ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນ. ທ່ານກໍແຈ້ງໃຫ້ຊາບ ບັນດາການປຶກສາຫາລືຂອງທ່ານ ກັບບັນດາການນຳ ຫວຽດນາມ ໂດຍສຸມໃສ່ເຂົ້າໃນບາງບັນຫາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແລະ ຄວບຄຸມຊາຍແດນ ພ້ອມທັງສົ່ງເສີມບັນດາບໍລິສັດ ມາເລເຊຍ ລົງທຶນ ແລະ ພັດທະນາຂະແຫນງອຸດສາຫະກຳ halal ຢູ່ ມາເລເຊຍ ສາມາດຊ່ວຍບັນດາບໍລິສັດ ຫວຽດນາມ ພັດທະນາແລະ ກໍ່ສ້າງຂະແຫນງອຸດສາຫະກຳນີ້.

ຕອບກັບ

ຂ່າວ/ບົດ​ອື່ນ