ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ ຈີນ

(VOVWORLD) - ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານຫຼີຊຽນ ນາຍົກລັດຖະມົນຕີຈີນຄົນໃໝ່ ເຊິ່ງໄດ້ຮັບດຳລົງຕຳແໜ່ງ ເມື່ອເດືອນມີນາທີ່ຜ່ານມາ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ ຈີນ - ảnh 1ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໃຫ້ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽງ (ພາບ: TTXVN)

ຕອນບ່າຍວັນທີ 19 ມິຖຸນາ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມງານລ້ຽງທັງເຮັດວຽກ ກັບ ຄູ່ຕຳແໜ່ງຈີນ ຫຼີຊຽງ ທີ່ພວມມີການຢ້ຽມຢາມ Berlin, ກ່ອນເວລາລັດຖະບານສອງປະເທດ ດຳເນີນການປຶກສາຫາລື ຄັ້ງທີ 7 ໜຶ່ງວັນ.       

ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຈີນໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmier. ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານຫຼີຊຽນ ນາຍົກລັດຖະມົນຕີຈີນຄົນໃໝ່ ເຊິ່ງໄດ້ຮັບດຳລົງຕຳແໜ່ງ ເມື່ອເດືອນມີນາທີ່ຜ່ານມາ. ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຈີນ ຈະດຳເນີນໃນຕອນເຊົ້າວັນດຽວກັນ, ກ່ອນເວລາສອງຝ່າຍເຂົ້າຮ່ວມການປຶກສາຫາລືກ່ຽວກັບ ບັນດາມາດຕະການເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ, ການແບ່ງປັນ ແລະ ການຮ່ວມມືສອງຝ່າຍ.

ຄາດວ່າຫົວຂໍ້ຫຼັກໃນການປຶກສາຫາລືຄັ້ງທີ 7 ນີ້ຈະແມ່ນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການສ້າງໂຄງປະກອບເສດຖະກິດຄືນໃໝ່. ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍ່ອາດຈະເຕື້ອງເຖິງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ໃນນັ້ນ ຈີນພວມມານະພະຍາຍາມເປັນປະເທດກາງໄກເກ່ຍການປະທະກັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ