ທ່ານນາຍົກລັດຖະມົນຕີ ເຢຍລະມັນ ຮຽກຮ້ອງ ອາເມລິກາ ສືບຕໍ່ຮ່ວມມືຫລາຍຝ່າຍ

ທ່ານນາຍົກລັດຖະມົນຕີ ເຢຍລະມັນ ຮຽກຮ້ອງ ອາເມລິກາ ສືບຕໍ່ຮ່ວມມືຫລາຍຝ່າຍ - ảnh 1
ທ່ານ​ນາ​ງ ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel
(ພາບ: AP)

(vovworld) – ​ ກ່າວ​ຄຳ​ເຫັນ​ຕໍ່​ບັນດາ​ສະມາຊິກ​ພັກ​ສຳພັນ​ທະ​ມິດ​ປະຊາທິປະ​ໄຕຊາວ​ກາ​ໂຕ​ລິກ (CDU) ​ໃນ​ວັນ​ທີ 14/01 ຢູ່​ນະຄອນ Perl ພາກ​ຕາກ​ເວັນ​ຕົກປະ​ເທດ ​ເຢຍລະ​ມັນ, ທ່ານ​ນາ​ງ ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ​ໄດ້ຮຽກຮ້ອງ ອາ​ເມ​ລິ​ກາ ສືບ​ຕໍ່​ຮ່ວມ​ມື​ຫລາຍ​ຝ່າຍ, ພ້ອມ​ທັງ ຢືນຢັນ​ວ່າ ທ່າ​ອ່ຽງປົກ​ປ້ອງ​ການ​ຄ້າຂາຍ ​ແມ່ນ​ໄພ​ນາບ​ຂູ່​ຕໍ່​ຄວາມ​ວັດທະນາ​ຖາວອນ. ຄຳ​ເຫັນ​ດັ່ງກ່າວ​ຂອງທ່າ​ນນາງ Merkel ​ໄດ້​ຍົກ​​ອອກ​ໃນ​ສະພາບ​ການ​ຫວ່າງ​ແລ້ວ​ນີ້, ທ່ານ​ປະທານາ​ທິບໍດີ Donald Trump ຜູ້​ຫາ​ກໍ່​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ, ຄູ່​ຮ່ວມ​ມື​ການ​ຄ້າ​ສຳຄັນ​ທີ່​ສຸດ​ຂອງ ​ເຢຍລະ​ມັນ ມີ​ບັນດາ​ຄຳ​​ເຫັນ​ກ່ຽວ​ກັບ​ການ​ປົກ​ປ້ອງດ້ານ​ການ​ຄ້າຂາຍ​ ​ທີ່​ພາໃຫ້​ບັນດາ​ບໍລິສັດ​ສົ່ງ​ອອກ​ຂອງ​ພື້ນຖານ​ເສດຖະກິດ​​ໃຫຍ່​ສຸດ​ໃນ​ສະຫະພາບ ​ເອີ​ລົບ ມີ​ຄວາມ​ວິຕົກ​ກັງວົນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ​ເລື່ອງ ​ເຢຍລະ​ມັນ ຮັກສາ​ຕຳ​ແໜ່​ງ​ເປັນ​ປະທານຜັດປ່ຽນ​ຂອງ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ໃຫຍ່ (G20) ຈະ​​ແມ່ນ​ພື້ນຖານ ​ເພື່ອ​ໃຫ້​ທ່ານ​ນາງ Merkel ສາມາດ​ຍົກ​ອອກ​ບັນດາ​ຂໍ້​ລິ​ເລີ່​ມປົກ​ປ້ອງ​ການ​ຮ່ວມ​ມື​ຫລາຍ​ຝ່າຍ.

ຂ່າວ/ບົດ​ອື່ນ