ທ່ານນາຍົກລັດຖະມົນຕີ ເສດຖາ ທະວີສິນ ປະກາດໂຄງຮ່າງ, ສະມາຊິກລັດຖະບານຊຸດໃໝ່ໄດ້ສຳເລັດແລ້ວ

(VOVWORLD) - ໂຄງຮ່າງ ແລະ ສະມາຊິກລັດຖະບານຊຸດໃໝ່ໄດ້ສ້າງສຳເລັດພາຍຫຼັງວິວັດການປຶກສາຫາລືໃນຊຸມມື້ຜ່ານມາ ລະຫວ່າງ 11 ພັກການເມືອງເຂົ້າຮ່ວມສຳພັນທະມິດກຳອຳນາດ ກໍຄືພາຍໃນພັກເພື່ອໄທ.

        ວັນທີ 28 ສິງຫາ, ທ່ານນາຍົກລັດຖະມົນຕີ ໄທ ເສດຖາ ທະວີສິນ ໃຫ້ຮູ້ວ່າ, ສຳພັນທະມິດກຳອຳນາດໂດຍ ພັກເພື່ອໄທນຳພາ ໄດ້ເຫັນດີກ່ຽວກັບໂຄງຮ່າງ ແລະ ສະມາຊິກລັດຖະບານຊຸດໃໝ່. ໂຄງຮ່າງ ແລະ ສະມາຊິກລັດຖະບານຊຸດໃໝ່ໄດ້ສ້າງສຳເລັດພາຍຫຼັງວິວັດການປຶກສາຫາລືໃນຊຸມມື້ຜ່ານມາ ລະຫວ່າງ 11 ພັກການເມືອງເຂົ້າຮ່ວມສຳພັນທະມິດກຳອຳນາດ ກໍຄືພາຍໃນພັກເພື່ອໄທ. ບັນຊີລາຍຊື່ສະເໜີບັນດາຕຳແໜ່ງໃນລັດຖະບານຊຸດໃໝ່ໄດ້ສົ່ງເຖິງຄະນະເລຂາທິການລັດຖະບານໃນວັນ 27 ສິງຫາ ເພື່ອຮັບໃຊ້ການກວດກາຊີວະປະຫວັດຂອງຜູ້ສະໝັກຮັບເລືອກຕັ້ງທັງໝົດ. ທ່ານນາຍົກລັດຖະມົນຕີ ເສດຖາ ທະວີສິນ ໃຫ້ຮູ້ວ່າ ຂັ້ນຕອນນີ້ອາດຈະແກ່ຍາວໃນ 3 – 4 ມື້ຈະມາເຖິງ. ຖັດຈາກນັ້ນ, ດ້ວຍຖານະເປັນຜູ້ນຳໜ້າລັດຖະບານຊຸດໃໝ່, ທ່ານຈະຍື່ນສະເໜີໂຄງຮ່າງ ແລະ ສະມາຊິກລັດຖະບານຊຸດໃໝ່ ຕໍ່ພະບາດສົມເດັດພະເຈົ້າມະຫາຊີວິດໃຫ້ສັດຕະຍາບັນ

ຕອບກັບ

ຂ່າວ/ບົດ​ອື່ນ