ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຮັດ​ແຈ້ງ​ທັດ​ສະ​ນະ “ຮັບ​ມື​ຢ່າງ​ປອດ​ໄພ​” ກັບ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ນະ​ຄອນ ເກີ່ນ​ເທີ

(VOVWORLD) -ພັກ, ລັດ ໄດ້ ແລະ ພວມສຸມໃສ່ບັນຫາວັກຊິນຫຼາຍທີ່ສຸດ, ສູ້ຊົນຮອດທ້າຍໄຕມາດ IV ປີ 2021 ຈະສັກວັກຊິນໃຫ້ແກ່ທຸກເປົ້າໝາຍບຸລິມະສິດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໜ້າທີ່ສຳຄັນທີ່ສຸດໃນໄລຍະຈະມາເຖິງ ແມ່ນທັງຮັກສາສຸຂະພາບໃຫ້ແກ່ປະຊາຊົນ, ທັງຟື້ນຟູ, ພັດທະນາເສດຖະກິດ, ຮັບປະກັນການຊ່ວຍໜູນສັງຄົມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຮັດ​ແຈ້ງ​ທັດ​ສະ​ນະ “ຮັບ​ມື​ຢ່າງ​ປອດ​ໄພ​” ກັບ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ນະ​ຄອນ ເກີ່ນ​ເທີ - ảnh 1ການພົບປະຜູ້ມີສິດເລືອກຕັ້ງນະຄອນ ເກີ່ນເທີ ຖືກຈັດຂຶ້ນແບບທາງໄກ (ພາບ: VOV)

ຕອນເຊົ້າວັນທີ 13 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ສະມາຊິກສະພາແຫ່ງຊາດ ຄະນະນະຄອນເກີ່ນເທີ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ເກີ່ນເທີ ຕາມຮູບການທາງໄກ, ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XV. ການພົບປະຜູ້ມີສິດເລືອກຕັ້ງດັ່ງກ່າວ ໄດ້ເຊື່ອມຕໍ່ຈາກສະຖານທີ່ເຊື່ອມຕໍ່ຫ້ອງວ່າການລັດຖະບານ ກັບ 74 ຕາແສງ, ເທດສະບານ, 9 ເມືອງ ແລະ ສຳນັກງານຄະນະພັກນະຄອນ ເກີ່ນເທີ.

        ກ່າວຄໍາເຫັນຕໍ່ໜ້າຜູ້ມີສິດເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ພັກ, ລັດ ໄດ້ ແລະ ພວມສຸມໃສ່ບັນຫາວັກຊິນຫຼາຍທີ່ສຸດ, ສູ້ຊົນຮອດທ້າຍໄຕມາດ IV ປີ 2021 ຈະສັກວັກຊິນໃຫ້ແກ່ທຸກເປົ້າໝາຍບຸລິມະສິດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໜ້າທີ່ສຳຄັນທີ່ສຸດໃນໄລຍະຈະມາເຖິງ ແມ່ນທັງຮັກສາສຸຂະພາບໃຫ້ແກ່ປະຊາຊົນ, ທັງຟື້ນຟູ, ພັດທະນາເສດຖະກິດ, ຮັບປະກັນການຊ່ວຍໜູນສັງຄົມ.

        ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດແຈ້ງແຜນນະໂຍບາຍ “ຮັບມືຢ່າງປອດໄພ, ຄວບຄຸມໂລກລະບາດຢ່າງຄ່ອງຕົວ, ມີໄຫວພິບ ແລະ ມີປະສິດທິຜົນ”. ຕາມນັ້ນແລ້ວ, ຊາບຊຶມ 6 ຫຼັກການ: ຖືສາທາລະນະສຸກເປັນເສົາຄ້ຳ, ເປັນໃຈກາງ; ເສດຖະກິດເປັນພື້ນຖານ; ຂໍ້ມູນທາງດ້ານວິທະຍາສາດ, ເຕັກໂນໂລຢີ ເປັນແກ່ນສານ; ສະຖຽນລະພາບທາງດ້ານການເມືອງ - ສັງຄົມເປັນປັດໄຈສຳຄັນຍິ່ງ; ວັກຊິນ, ຢາປິ່ນປົວພະຍາດ ແລະ ສະຕິຄວາມຮັບຮູ້ຂອງປະຊາຊົນເປັນເງື່ອນໄຂຕັດສິນຊີ້ຂາດ; ຮັບປະກັນຄວາມປອດໄພເພື່ອຜະລິດ ແລະ ການຜະລິດຕ້ອງປອດໄພ.

      ຕອນບ່າຍຂອງວັນດຽວກັນ, ຈາກຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມີງຈິງ ໄດ້ເປັນປະທານກອງປະຊຸມສຳມະນາທາງໄກທີ່ພາດຫົວຂໍ້ “ ພັດທະນາທ້ອງຖິ່ນ: ຟື້ນຟູເສດຖະກິດ, ຮັບມືຢ່າງມີໄຫວພິບ, ປອດໄພຕໍ່ໂລກລະບາດໂຄວິດ-19, ແກ້ໄຂການຕັດຕອນໃນຂົງເຂດເສດຖະກິດ, ເພີີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ ” 
       ກອງປະຊຸມສຳມະນາໂດຍສະພາທິດສະດີສູນກາງພັກ ສົມທົບກັບສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຈັດຕັ້ງຂຶ້ນ ຊຶ່ງໄດ້ເຊື່ອມຕໍ່ລະຫວ່າງສະຖານທີ່ຮ່າໂນ້ຍກັບສະຖານທີ່ຖ່າຍທອດຂອງ 63 ຄະນະພັກແຂວງ ແລະ ນະຄອນໃນທົ່ວປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ