ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ແກ້​ໄຂ​ບັນ​ດາ​ສັ່ງຄ້າງຄາ​ໃນ​ການ​ຄົ້ນ​ຄ້​ວາ, ຜະ​ລິດວັກຊິນກັນໂຄວິດ - 19 ຢ່າງທັນການ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮຽກຮ້ອງໃຫ້ສຸມໃສ່ແກ້ໄຂຢ່າງທັນການບັນດາຄວາມຫຍຸ້ງຍາກ, ສິ່ງຄ້າງຄາທາງດ້ານກົດໝາຍ, ກົນໄກ, ນະໂຍບາຍ ບົນຈິດໃຈຕິດແທດກັບພຶດຕິກຳຕົວຈິງ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ ແລະ ຜະລິດວັກຊິນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ແກ້​ໄຂ​ບັນ​ດາ​ສັ່ງຄ້າງຄາ​ໃນ​ການ​ຄົ້ນ​ຄ້​ວາ, ຜະ​ລິດວັກຊິນກັນໂຄວິດ - 19 ຢ່າງທັນການ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບບັນດານັກວິທະຍາສາດ, ບັນດາຫົວໜ່ວຍວິສາຫະກິດຄົ້ນຄ້ວາ, ຜະລິດວັກຊິນກັນໂຄວິດ - 19 (ພາບ: VGP)

ຕາມແຈ້ງການໂດຍສະຫຼຸບທີ່ການພົບປະ ຫວ່າງມໍ່ໆມານີ້ ກັບບັນດານັກວິທະຍາສາດ, ບັນດາຫົວໜ່ວຍວິສາຫະກິດຄົ້ນຄ້ວາ, ຜະລິດວັກຊິນກັນໂຄວິດ - 19, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮຽກຮ້ອງໃຫ້ສຸມໃສ່ແກ້ໄຂຢ່າງທັນການບັນດາຄວາມຫຍຸ້ງຍາກ, ສິ່ງຄ້າງຄາທາງດ້ານກົດໝາຍ, ກົນໄກ, ນະໂຍບາຍ ບົນຈິດໃຈຕິດແທດກັບພຶດຕິກຳຕົວຈິງ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ ແລະ ຜະລິດວັກຊິນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮຽກຮ້ອງກ່ຽວກັບຄວາມຮັບຮູ້ທີ່ຕ້ອງເປັນເອກະພາບກັນວ່າ ວັກຊິນມີລັກສະນະຕັດສິນຊີ້ຂາດ, ຍຸດທະສາດ, ຍາວນານໃນການປ້ອງກັນ, ຕ້ານໂລກລະບາດເວົ້າລວມ ແລະ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເວົ້າສະເພາະ, ພ້ອມທັງຕ້ອງນອນໃນຍຸດທະສາດສັງລວມການຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ, ຜະລິດວັກຊິນເພື່ອທັງເປັນເຈົ້າການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທັງປະຢັດງົບປະມານແຫ່ງລັດ ໃນພາຍພາກໜ້າ ແລະ ໄລຍະຍາວນານ.

ທ່ານນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດເປັນ ຫົວໜ່ວຍຮັບຜິດຊອບການຊີ້ນຳການຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ, ຜະລິດວັກຊິນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ,ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກ້ັນໂລກລະບາດໂຄວິດ - 19 ຊີ້ນຳໂດຍກົງເລື່ອງສ້າງ ໂຄງການແຫ່ງຊາດກ່ຽວກັບວັກຊິນເວົ້າລວມ, ໃນນັ້ນກ່ອນອື່ນໝົດແມ່ນເອົາໃຈໃສ່ຄົ້ນຄ້ວາການຜະລິດວັກຊິນກັນໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ