ທ່ານນາຍົກລັດຖະມົນຕີ ໂຮນລັງ ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງຈົບງາມ

(VOVWORLD) -ທ່ານນາຍົກລັດຖະມົນຕີໂຮນລັງ Mark Rutte ໄດ້ມີການພົບປະກັບສື່ມວນຊົນ, ຖະແຫຼງກ່ຽວກັບໝາກຜົນຂອງການຢ້ຽມຢາມຫວຽດນາມຄັ້ງນີ້ ແລະ ແບ່ງປັນບາງຂໍ້ສັງເກດກ່ຽວກັບບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງປະເທດ.

        ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໂຮນລັງ Mark Rutte ໄດ້ສິ້ນສຸດການຢ້ຽມຢາມຢູ່ຫວຽດນາມ ຢ່າງຈົບງາມ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ກ່ອນທີ່ເດີນທາງອອກຈາກຫວຽດນາມ, ຕອນຄໍ່າວັນທີ 9 ເມສາ, ທ່ານນາຍົກລັດຖະມົນຕີໂຮນລັງ Mark Rutte ໄດ້ມີການພົບປະກັບສື່ມວນຊົນ, ຖະແຫຼງກ່ຽວກັບໝາກຜົນຂອງການຢ້ຽມຢາມຫວຽດນາມຄັ້ງນີ້ ແລະ ແບ່ງປັນບາງຂໍ້ສັງເກດກ່ຽວກັບບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງປະເທດ.

ທ່ານນາຍົກລັດຖະມົນຕີ ໂຮນລັງ ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງຈົບງາມ - ảnh 1ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ (ພາບ: TTXVN)

        ກ່າວຄໍາເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໃຫ້ຮູ້ວ່າ ການຢ້ຽມຢາມຫວຽດນາມຄັ້ງທໍາອິດຂອງທ່ານແມ່ນເມື່ອປີ 2014. ນັບແຕ່ນັ້ນເປັນຕົ້ນມາ ພື້ນຖານເສດຖະກິດຂອງຫວຽດນາມ ຍັງຄົງຮັກສາໄດ້ພະລັງຊີວິດ ແລະ ລະດັບຄວາມຍືນຍົງ. ປະຊາຊົນຫວຽດນາມ ດຸໝັ່ນຂະຫຍັນພຽນ. ທ່ານຖືວ່າ, ອາດຈະຮຽນຮູ້ໄດ້ຫຼາຍສິ່ງຫຼາຍຢ່າງຈາກຫວຽດນາມ, ເຊິ່ງເປັນປະເທດທີ່ພວມປະເຊີນໜ້າກັບບັນດາບັນຫາໃນການພັດທະນາແບບຍືນຍົງ. ສ່ວນໂຮນລັງ ເປັນປະເທດທີ່ມີເນື້ອທີ່່ດິນສ່ວນຫຼາຍແມ່ນຕໍ່າກວ່າລະດັບໜ້ານໍ້າທະເລ, ສະນັ້ນ, ສາມາດແບ່ງປັນໃຫ້ ຫວຽດນາມ ບັນດາບົດຮຽນໃນການຮັບມືກັບບັນຫານີ້.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໂຮນລັງ Mark Rutte ກໍໄດ້ສົ່ງສານໄປຍັງປະຊາຊົນຫວຽດນາມວ່າ: ປະຊາຊົນຫວຽດນາມ ມີເພ່ືອນຢູ່ ເອີີຣົບ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ປັດຈຸບັນ, ໂຮນລັງແມ່ນນັກລົງທຶນໃຫຍ່ຂອງຫວຽດນາມ. ການພົວພັນລະຫວ່າງສອງປະເທດກໍນັບມື້ນັບສະໜິດສະໜົມຂຶ້ນກວ່່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ