ທ່ານ​ນາຍົກລັດຖະມົນຕີ ​ໄທ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອອນ​ລາຍ ການ​ນໍາ ອາຊຽນ + 3 ກ່ຽວກັບ ​ໂຄ​ວິດ - 19

(VOVWORLD) -ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ຈະເຂົ້າຮ່ວມກອງປະຊຸມສຸດຍອດອອນລາຍ ອາຊຽນ + 3 (ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາປະເທດ ລວມມີ ສ.ເກົາຫຼີ, ຈີນ, ຍີ່ປຸ່ນ) ເຊິ່ງຈະຈັດຕັ້ງໃນວັນທີ 14 ເມສາ ຈະມາເຖິງ ເພື່ອປຶກສາຫາລືກ່ຽວກັບການສົມທົບກັນຜັນຂະຫຍາຍບັນດາມາດຕະການແຮງກວ່າ ແນໃສ່ປົກປ້ອງພົນລະເມືອງຈໍານວນ 650 ລ້ານຄົນ ຂອງພາກພື້ນ ຕໍ່ໜ້າສະພາບການຂອງໂລກລະບາດໂຄວິດ - 19.

ກອງປະຊຸມດັ່ງກ່າວ ຈະປຶກສາຫາລືກ່ຽວກັບການເພີ່ມທະວີບັນດາຄວາມມານະພະຍາຍາມລວມ ແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19 ນອກຈາກ ບັນດາມາດຕະການແຮງກວ່າ ເຊິ່ງແຕ່ລະປະເທດສະມາຊິກພວມຜັນຂະຫຍາຍ. ຕາມແຜນການແລ້ວ, ຄາດວ່າ ບັນດາການນໍາ ອາຊຽນ ຈະປຶກສາຫາລືໃນຕອນເຊົ້າ ສ່ວນຢູ່ທີ່ວາລະປະຊຸມຂອງຕອນບ່າຍ, ບັນດາການນໍາຂອງກຸ່ມ ຈະປະຊຸມກັບການນໍາ 3 ປະເທດ ອາຊີຕາເວັນອອກ ສ.ເກົາຫຼີ, ຈີນ ແລະ ຍີ່ປຸ່ນ.

ພາຍຫຼັງເຂົ້າຮ່ວມກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີ 25, ວັນທີ 10 ເມສາ ຜ່ານມາ, ທ່ານລັດຖະມົນຕີການຕ່າງປະເທດ ໄທ ດອນ ປະມັດວິໄນ ໃຫ້ຮູ້ວ່າ ລັດຖະມົນຕີການຕ່າງປະເທດຂອງບັນດາປະເທດສະມາຊິກທັງໝົດ  ໄດ້ເຫັນດີສ້າງຕັ້ງກອງທຶນຮັບມືກັບໂລກລະບາດໂຄວິດ - 19 ຂອງ ອາຊຽນ ແນໃສ່ສະກັດກັ້ນໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ