ທ່ານນາຍົກລັດຖະມົນຕີຊີ້ນຳຢັ້ງຢືນຂ່າວກ່ຽວກັບ ເຫດມີຜູ້ເສຍຊີວິດໃນຕູ້ Container 39 ຄົນ ຢູ່ອັງກິດ

(VOVWORLD) -   ວັນທີ 26 ຕຸລາ, ຫ້ອງວ່າການລັດຖະບານໄດ້ອອກເອກະສານສົ່ງຄຳເຫັນຊີ້ນຳຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່ຽວກັບເຫດຄົ້ນພົບ 39 ສົບ ຂອງຜູ້ເຂົ້າເມືອງປະເທດອັງກິດ, ໃນນັ້ນ ຜູ້ຖືກເຄາະຮ້າຍອາດຈະມີຊາວຫວຽດນາມ.
ທ່ານນາຍົກລັດຖະມົນຕີຊີ້ນຳຢັ້ງຢືນຂ່າວກ່ຽວກັບ ເຫດມີຜູ້ເສຍຊີວິດໃນຕູ້ Container 39 ຄົນ ຢູ່ອັງກິດ - ảnh 1   ເຈົ້າໜ້າທີ່ ອັງກິດ ກໍາລັງສືບສວນຢູ່ເຂດອຸດສາຫະກໍາ Waterglade, ເທດສະບານ Grays, ລັດ Essex, Anh (ພາບ:THX/TTXVN)

ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີໄດ້ມອບໜ້າທີ່ໃຫ້ແກ່ກະຊວງຕຳຫຼວດ ຫວຽດນາມຮັບຜິດຊອບ, ສົມທົບກັບກະຊວງການຕ່າງປະເທດ ແລະ ຄະນະປະຊາຊົນແຂວງເງະອານ, ຮ່າຕິງ ຈຶ່ງຢັ້ງຢືນ ແລະ ເຮັດແຈ້ງຂໍ້ມູນຂ່າວສານເຫດການດັ່ງກ່າວຢ່າງຮີບດ່ວນ ເພື່ອມີບັນດາມາດຕະການແກ້ໄຂຢ່າງເໝາະສົມ; ສືບສວນຊອກຫາບັນດາເຫດການນຳພົນລະເມືອງ ຫວຽດນາມ ອອກເມືອງໄປຍັງຕ່າງປະເທດຢ່າງຜິດກົດໝາຍ, ແກ້ໄຂບັນດາການກະທຳລະເມີດຕາມຂໍ້ກຳນົດຂອງກົດໝາຍຢ່າງເຂັ້ມງວດ. ທ່ານນາຍົກລັດຖະມົນຕີ ກໍ່ມອບໃຫ້ກະຊວງການຕ່າງປະເທດຊີ້ນຳສະຖານທູດ ຫວຽດນາມປະຈຳອັງກິດຕິດຕາມກວດກາສະພາບການ, ເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງຂອງອັງກິດເພື່ອຢັ້ງຢຶນຊື່ແລະນາມສະກຸນຂອງ ຜູ້ຖືກເຄາະຮ້າຍໃນກໍລະນີແມ່ນພົນລະເມືອງ ຫວຽດນາມ (ຖ້າວ່າມີ), ປະຕິບັດບັນດາມາດຕະການປົກປ້ອງພົນລະເມືອງຕາມຂໍ້ກຳນົດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງເລັ່ງໃສ່ປະຕິບັດບັນດາໜ້າທີ່ດັ່ງກ່າວຢ່າງຮີບດ່ວນ ແລະ ລາຍງານຕໍ່ນາຍົກລັດຖະມົນຕີກ່ອນວັນທີ 5 ພະຈິກ 2019.


ຕອບກັບ

ຂ່າວ/ບົດ​ອື່ນ