ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊົ່ວ​ຄາວ ໄຮ​ຕີ Claude Joseph ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ ຈົ່ງ​ອຸ່ນ​ອ່ຽນ​ໃຈ​ພາຍຫຼັງ​ເຫດ​ລອບ​ສັງ​ຫານປະ​ທາ​ນາ​ທິ​ບໍ​ດີ

(VOVWORLD) - ຕາມສະຖານະການຫຼ້າສຸດກ່ຽວຂ້ອງເຖິງເຫດ ທ່ານປະທານາທິບໍດີ ໄຮຕີ Jovenel Moise ຖືກລອບສັງຫານຢູ່ເຮືອນພັກສ່ວນຕົວ ໃນວັນທີ 7 ກໍລະກົດ, ຫຼັງຈາກນັ້ນບໍ່ຮອດ 24 ຊົ່ວໂມງ, ທ່ານ Frantz Exantus ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ໄຮຕີ ໄດ້ແຈ້ງໃຫ້ຊາບວ່າ ກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ ຈັບຕົວຜູ້ຖືກສົ່ງໃສ່ວ່າປະຕິບັດການລອບສັງຫານດັ່ງກ່າວໄດ້ແລ້ວ ແລະ ໃຫ້ຮູ້ຕື່ມອີກວ່າ ຈະປະກາດຂໍ້ມູນລະອຽດກ່ຽວກັບເຫດການດັ່ງກ່າວ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊົ່ວ​ຄາວ ໄຮ​ຕີ Claude Joseph ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ ຈົ່ງ​ອຸ່ນ​ອ່ຽນ​ໃຈ​ພາຍຫຼັງ​ເຫດ​ລອບ​ສັງ​ຫານປະ​ທາ​ນາ​ທິ​ບໍ​ດີ - ảnh 1ທ່ານປະທານາທິບໍດີ ໄຮຕີ Jovenel Moise   (ພາບ: The Guardian)

ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີຊົ່ວຄາວ Claude Joseph ກໍໄດ້ປະກາດໃຊ້ກົດໄອຍະການເສິກໃນທົ່ວປະເທດ ແລະ ປະກາດຂໍ້ຕົກລົງ ຈັດຕັ້ງກອງປະຊຸມສະພາລັດຖະມົນຕີ ໂດຍດ່ວນເພື່ອປຶກສາຫາລືກ່ຽວກັບສະພາບການຂອງປະເທດຊາດ.

        ສ່ວນຫາງສຽງສາກົນໄດ້ກ່າວປະນາມການລອບສັງຫານປະທານາທິບໍດີ ໄຮຕີຢ່າງແຮງ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ກ່າວປະນາມ ແລະ ຮຽກຮ້ອງໃຫ້ລົງໂທດຕົວການຢ່າງຮຸນແຮງ. ທ່ານກໍຮຽກຮ້ອງໃຫ້ປະຊາຊົນ ໄຮຕີ ຈົ່ງປ້ອງກັນ ແລະ ຮັກສາກຸ່ມກ້ອນເອກະພາບ, ພ້ອມທັງຢັ້ງຢືນວ່າ ສປຊ ຈະສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບລັດຖະບານ ແລະ ປະຊາຊົນ ໄຮຕີ.

        ໃນວັນດຽວກັນ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຮັບຜິດຊອບກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ ສະຫະພາບເອີຣົບ ໄດ້ກ່າວເຕືອນວ່າ ເຫດການດັ່ງກ່າວ ອາດຈະກໍ່ເຮັດໃຫ້ປະເທດ ກາຣີເບ ນີ້ ຕົກເຂົ້າສູ່ສະພາບຂາດສະຖຽນລະພາບກວ່າອີກ.

        ສ່ວນທ່ານປະທານາທິບໍດີ ອາເມລິກາ ຖືວ່າ ສະພາບການຢູ່ປະເທດ ໄຮຕີ ໃນປັດຈຸບັນ ແມ່ນມີຄວາມວິຕົກກັງວົນທີ່ສຸດ ແລະ ອາເມລິກາ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອປະຊາຊົນ ໄຮຕີ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson  ກໍກ່າວປະນາມຕໍ່ການກະທຳລອບສັງຫານດັ່ງກ່າວ ແລະ ຮຽກຮ້ອງໃຫ້ ໄຮຕີ ຈົ່ງທຸ່ນທ່ຽງໃຈເພື່ອແກ້ໄຂ.

        ນອກຈາກນັ້ນ, ການນຳບັນດາປະເທດ ອາເມລິກາ ລາຕິນ ແລະ ຫຼາຍປະເທດອື່ນໃນໂລກ ກໍໄດ້ສະແດງຄວາມໂສກເສົ້າ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງປະຊາຊົນ ໄຮຕີ ພ້ອມທັງ ກ່າວປະນາມການກະທຳດັ່ງກ່າວຢ່າງແຮງ.

 

ຕອບກັບ

ຂ່າວ/ບົດ​ອື່ນ