ທ່ານນາຍົກລັດຖະມົນຕີຍີ່ປຸ່ນເຊື່ອໝັ້ນທ່ານD.Trumpໃນຖານະຕຳແໜ່ງເປັນການນຳ

ທ່ານນາຍົກລັດຖະມົນຕີຍີ່ປຸ່ນເຊື່ອໝັ້ນທ່ານD.Trumpໃນຖານະຕຳແໜ່ງເປັນການນຳ - ảnh 1
​ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບປະກອບ)

(vovworld) – ​ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ມີ​ຄວາມປະ​ເອີ​ບ​ໃຈ​ຕໍ່​​ແງ່​ຫວັງ​ສ້າງຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ກັບ​ທ່ານ​ D.Trump ປະທານາທິບໍດີ​ຜູ້​ທີ່​ໄດ້​ໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ຕໍ່​ມະຫາ​ເສດຖີ ​ອະ​ສັງ​ຫະລິມະ​ຊັບ ​ໃນ​ຖານະຕຳ​ແໜ່​ງ​ເປັນ​ການ​ນ​ຳປະ​ເທດ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ພາຍຫລັງ​ການ​ພົບ​ປະ​ກັບ​ທ່ານ D.Trump ຢູ່​ນະຄ​ອນ ນິວຢອກ ອາ​ເມ​ລິ​ກາ ​ເປັນ​ເວລາ 90 ນາທີ, ທ່ານ​ນາຍົກລັດຖະມົນຕີ Abe ​ໃຫ້​ຮູ້​ວ່າ 2 ຝ່າຍ​ມີ​ໄດ້​ມີ​ການ​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ໃນບັນຍາກາດ​ອັນ​ອົບ​ອຸ່ນ. ການ​ນຳ ຍີ່ປຸ່ນ ສະ​ແດງ​ຄວາມ​ເຊື່ອໝັ້ນ​ຕໍ່ທ່ານ D.Trump ​ໃນ​ຖານະ​ຕຳ​ແໜ່​ງເປັນ​ການ​ນຳຜູ້​ໜຶ່ງ. ທ່ານ​ກໍ່​ໃຫ້​ຮູ້​ວ່າ 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ສືບ​ຕໍ່​​ພົບ​ປະກັນ​ໃນ​ອະນາຄົດ ​ເພື່ອ​ດຳ​ເນີນ​ບັນດາ​ການ​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກ​້ວາງ​ຂວາງ​ກ່ວາ.

 

ຂ່າວ/ບົດ​ອື່ນ