ທ່ານນາຍົກລັດຖະມົນຕີຍີ່ປຸ່ນໃຫ້ການຕ້ອນຮັບຫົວໜ້າຄະນະຈັດຕັ້ງສູນກາງຫວຽດນາມ

ທ່ານນາຍົກລັດຖະມົນຕີຍີ່ປຸ່ນໃຫ້ການຕ້ອນຮັບຫົວໜ້າຄະນະຈັດຕັ້ງສູນກາງຫວຽດນາມ  - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ​
ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ຟ້າ​ມມິ​ງຈິງ


(vovworld) ຕອນບ່າຍ​ວັນ​ທີ 30/11, ຢູ່​ສຳນັກງານ​ລັດຖະບານ ຍີ່ປຸ່ນ, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ຟ້າ​ມມິ​ງຈິງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ປະທານ​ກຸ່ມ ສະມາຊິກ​ລັດຖະສະພາ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ, ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ Fumio Kishida ຢືນຢັນ​ວ່າ, ຍີ່ປຸ່ນ​ຈະ​ສືບ​ຕໍ່​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່, ການ​ບຸລິ​ມາ​ສິດ​ສູງ​ສຸດ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ ຫວຽດນາມ. ທ່ານ​ຢືນຢັນ​ຈະ​ຊີ້​ນຳ​ບັນດາ​ອົງການ​ມີ​ສິດ​ອຳນາດທີ່​ກ່ຽວຂ້ອງ​ຂອງ ຍີ່ປຸ່ນ ຕັ້ງໜ້າໜູນ​ຊ່ວຍ ຫວຽດນາມ, ​ພິ​ເສດ​ແມ່ນ​ໃນ​ການ​ບຳລຸງ​ສ້າງຖັນ​ແຖວ​ພະນັກງານ​ການ​ນຳ, ຄຸ້ມ​ຄອງ​ທຸກ​ຂັ້ນ​ຂອງ ຫວຽດນາມ.

        ສ່ວນ​ທ່ານ ຟ້າ​ມມິ​ງຈິງ, ກໍ່​ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຍີ່ປຸ່ນ ​ແລະ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ​ໃນ​ໄລຍະ​ຜ່ານ​ມາ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ລົງທຶນ, ການ​ຄ້າ ​ແລະ ການ​ຮ່ວມ​ມືບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ. ທ່ານ ຫວັງ​ວ່າ​ລັດຖະບານ​ ຍີ່ປຸ່ນ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່ຮ່ວມ​ມື,​ຊ່ວຍ​ເຫຼືອ ຫວຽດນາມ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ, ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ການ​ກໍ່ສ້າງ​ກົງຈັກ​ລັດ​ຕາມ​ທິດ​ກະທັດ​ລັດ, ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ