ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ພົບ​ປະ​ກັບ​ຄະ​ນະ​ນັກ​ຮົບ​ປະ​ຕິ​ວັດ​ທີ່​ຖຶກ​ສັດ​ຕູ​ຈັບ​ຄຸ້ມ​ຂັງ

(VOVWORLD) -ວັນທີ 26 ທັນວາ, ທີ່ການຕ້ອນຮັບຄະນະນັກຮົບປະຕິວັດທີ່ຖຶກສັດຕູຈັບຄຸ້ມຂັງກ່ອນນີ້ນະຄອນຫ໋າຍຟອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ພ້ອມກັບການເອົາໃຈໃສ່ເຂົ້າການພັດທະນາເສດຖະກິດ, ພັກ, ລັດຍາມໃດກໍ່ເອົາໃຈໃສ່ເຖິງການຮັບປະກັນຊີວິດສັງຄົມ, ເອົາໃຈໃສ່ເຖິງບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວນະໂຍບາຍ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ພົບ​ປະ​ກັບ​ຄະ​ນະ​ນັກ​ຮົບ​ປະ​ຕິ​ວັດ​ທີ່​ຖຶກ​ສັດ​ຕູ​ຈັບ​ຄຸ້ມ​ຂັງ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບ ນັກຮົບປະຕິວັດ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ການນຳ ແລະ ອົງການທີ່ມີສິດອຳນາດຕ້ອງສືບຕໍ່ເອົາໃຈໃສ່ເຖິງການໜູນຊ່ວຍບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ທະຫານເຈັບປ່ວຍ, ທະຫານເສຍອົງຄະ… ໃຫ້ຫຼາຍກ່ວາອີກ. ທ່ານນາຍົກລັດຖະມົນຕີ ມີຄວາມປາດຖະໜາວ່າ ບັນດານັກຮົບປະຕິວັດຈະສືບຕໍ່ຮັກສາຈິດໃຈປະຕິວັດ, ເປັນແບບຢ່າງທີ່ດີໃຫ້ ຄອບຄົວ, ລູກຫຼານປະຕິບັດຕາມ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການຢູ່ທ້ອງຖິ່ນ, ຮັກສາວັດທະນະທຳ, ມູນເຊື້ອເພື່ອປະກອບສ່ວນສ້າງຕັ້ງ ຄຸ້ມເມືອງ, ໝູ່ບ້ານ, ຕາແສງວັດທະນະທຳ, ປະກອບສ່ວນເຂົ້າການພັດທະນາບ້ານເກີດເມືອງນອນ, ປະເທດຊາດ ຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ