ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ເລີ່ມຕົ້ນການໄປປະຕິບັດງານເຂົ້າຮ່ວມກອງປະຊຸມ COP26, ຢ້ຽມຢາມ ລາຊະອານາຈັກອັງກິດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ນຳຫນ້າ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ອັງກິດ ຈະປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມືຫລາຍດ້ານເລິກເຊິ່ງຂຶ້ນຕື່ມ
ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ເລີ່ມຕົ້ນການໄປປະຕິບັດງານເຂົ້າຮ່ວມກອງປະຊຸມ COP26, ຢ້ຽມຢາມ ລາຊະອານາຈັກອັງກິດ - ảnh 1ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ ສະຫນາມບິນ Prestwick. (ພາບ:TTXVN)

ຕອນເຊົ້າວັນທີ 31 ຕຸລາ, ເຮຶອບິນພິເສດນຳສົ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ລົງຈອດຢູ່ສະຫນາມບິນ Prestwick ຢູ່ Scotland ເລີ່ມຕົ້ນການໄປປະຕິບັດງານເຂົ້າຮ່ວມກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ແລະ ຢ້ຽມຢາມ ເຮັດວຽກຢູ່ ລາຊະອານາຈັກ ອັງກິດ ຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson.

          ມາຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ ສະຫນາມບິນ ມີຜູ້ຕາງຫນ້າ ລັດຖະບານ ອັງກິດ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ແລະ ພະນັກງານ ສະຖານທູດ, ຊາວຫວຽດນາມ ອາໄສຢູ່ ອັງກິດ.

          ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ນຳຫນ້າ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ອັງກິດ ຈະປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມືຫລາຍດ້ານເລິກເຊິ່ງຂຶ້ນຕື່ມ, ນຳການພົວພັນສອງຝ່າຍໃຫ້ມີຄຸນນະພາບ, ປະສິດທິຜົນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ