ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິງ​ຈິງ: ໃຫ້​ບູ​ລິ​ມະ​ສິດ​ຊຸກ​ຍູ້​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງເປົ້າໝາຍເຊິ່ງ ຫວຽດນາມວາງອອກແມ່ນຮອດປີ 2025 ຫວຽດນາມມີເສັ້ນທາງຄວາມໄວສູງຍາວ 3000 ກີໂລແມັດ, ຮອດປີ 2030 ມີເສັ້ນທາງຄວາມໄວສູງ 5000 ກີໂລແມັດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິງ​ຈິງ: ໃຫ້​ບູ​ລິ​ມະ​ສິດ​ຊຸກ​ຍູ້​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ພາຍຫຼັງການລົງກວດກາຕົວຈິງການຜັນຂະຫຍາຍກໍ່ສ້າງບັນດາເສັ້ນທາງຄວາມໄວສູງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ຕອນບ່າຍວັນທີ 13 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອແກ້ໄຂບັນດາຂໍ້ຕິດຂັດ, ຊຸກຍູ້ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້.

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງເປົ້າໝາຍເຊິ່ງ ຫວຽດນາມວາງອອກແມ່ນຮອດປີ 2025 ຫວຽດນາມມີເສັ້ນທາງຄວາມໄວສູງຍາວ 3000 ກີໂລແມັດ, ຮອດປີ 2030 ມີເສັ້ນທາງຄວາມໄວສູງ 5000 ກີໂລແມັດ. ຕາມການວາງແຜນຜັງຮອດປີ 2030, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ມີເສັ້ນທາງຄວາມໄວສູງປະມານ 1.200 ກີໂລແມັດ ດ້ວຍ 3 ເສັ້ນທາງຕາມທິດ ເໜືອ - ໃຕ້ ແລະ ຕາເວັນອອກ - ຕາເວັນຕົກ. ມາຮອດປັດຈຸບັນ, ການວາງແຜນຜັງລະບົບສະໜາມບິນ, ຄົມມະນາຄົມທາງບົກຢູ່ເຂດນີ້ສຳເລັດແລ້ວ.

ໃນອາຍຸການນີ້, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ພະຍາຍາມປະຕິບັດສຳເລັດເສັ້ນທາງຄວາມໄວສູງ 600 ກີໂລແມັດ ແລະ ອາຍຸການຈະມາເຖິງສືບຕໍ່ປະຕິບັດສຳເລັດ 600 ກີໂລແມັດຕໍ່ໄປ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ມາຮອດປັດຈຸບັນ, ພື້ນຖານໂຄງລ່າງເສັ້ນທາງຄວາມໄວສູງຂອງພາກພື້ນໄດ້ສຳເລັດເທື່ອລະກ້າວ. ແຕ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຕ້ອງພັດທະນາໂດຍໄວ ແລະ ຍືນຍົງ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ