ທ່ານນາຍົກລັດຖະມົນຕີຟ້າມມີງຈິງຕ້ອນຮັບທ່ານ Furukawa Yoshihisa ລັດຖະມົນຕີກະຊວງຍຸຕິທຳຍີ່ປຸ່ນ

(VOVWORLD) -ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ Furukawa Yoshihisa ຢືນຢັນ ຝ່າຍ ຍີ່ປຸ່ນ ຈະຫນູນຊ່ວຍ ແລະ ແບ່ງປັນບົດຮຽນກັບ ຫວຽດນາມ ໃນບັນດາຂົງເຂດຢ່າງຕັ້ງຫນ້າ, ເປັນຕົ້ນແມ່ນໃນຂົງເຂດຕຸລາການ, ບຳລຸງສ້າງຊັບພະຍາກອນມະນຸດ.
ທ່ານນາຍົກລັດຖະມົນຕີຟ້າມມີງຈິງຕ້ອນຮັບທ່ານ Furukawa Yoshihisa ລັດຖະມົນຕີກະຊວງຍຸຕິທຳຍີ່ປຸ່ນ  - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຕ້ອນຮັບທ່ານ Furukawa Yoshihisa ລັດຖະມົນຕີກະຊວງຍຸຕິທຳຍີ່ປຸ່ນ.             (ພາບ:VOV) 

ຕອນບ່າຍວັນທີ 30 ມິຖຸນາ, ທີ່ການຕ້ອນຮັບທ່ານ Furukawa Yoshihisa ລັດຖະມົນຕີກະຊວງຍຸຕິທຳຍີ່ປຸ່ນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນ: ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສະຫນັບສະຫນູນ ແລະ ສ້າງເງື່ອນໄຂໃຫ້ແກ່ການຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຕຸລາການລະຫວ່າງສອງປະເທດ, ປະກອບສ່ວນແທ້ຈິງເຂົ້າໃນການພັດທະນາຂອງ ຫວຽດນາມ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃຫ້ນັບມື້ນັບລົງເລິກ, ແທດຈິງ ແລະມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີ ສະເຫນີ: ທ່ານລັດຖະມົນຕີ ສືບຕໍ່ເອົາໃຈໃສ່ສະຫນັບສະຫນູນ ແລະ ຊຸກຍູ້ພັດທະນາການຮ່ວມມືລະຫວ່າງກະຊວງຍຸຕິທຳສອງປະເທດກວ່າອີກ, ຍູ້ແຮງການຮ່ວມມືໃນວຽກງານຫນູນຊ່ວຍດ້ານກົດໝາຍ, ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງ, ຫນູນຊ່ວຍຢ່າງມີປະສິດທິຜົນ.

ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ Furukawa Yoshihisa ຢືນຢັນ ຝ່າຍ ຍີ່ປຸ່ນ ຈະຫນູນຊ່ວຍ ແລະ ແບ່ງປັນບົດຮຽນກັບ ຫວຽດນາມ ໃນບັນດາຂົງເຂດຢ່າງຕັ້ງຫນ້າ, ເປັນຕົ້ນແມ່ນໃນຂົງເຂດຕຸລາການ, ບຳລຸງສ້າງຊັບພະຍາກອນມະນຸດ, ກໍ່ສ້າງ ແລະ ສ້າງສຳເລັດລະບອບລະບຽບການ, ກົດໝາຍ, ຫັນເປັນດີຈີຕອນ, ສ້າງເງື່ອນໄຂດີສຸດໃຫ້ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ຄືດັ່ງຄຳສະເຫນີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ