ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິນ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ

(VOVWORLD) -ທ່ານເອກອັກຄະລັດຖະທູດ Yamada Takio ເນັ້ນໜັກວ່າ: ເລື່ອງລັດຖະບານຍີ່ປຸ່ນ ຕົກລົງຈະສະໜອງວັກຊິນ 1 ລ້ານໂດສ ໃຫ້ແກ່ຫວຽດນາມ ຊື່ງເປັນການພິສູດໃຫ້ແກ່ນ້ຳໃຈມິດຕະພາບທີ່ເລິກເຊິ່ງ ລະຫວ່າງສອງປະເທດຫວຽດນາມ-ຍີ່ປຸ່ນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິນ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ - ảnh 1

   ຕອນເຊົ້າວັນທີ 15 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຕ້ອນຮັບທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Yamada Takio. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ Yamada Takio ເນັ້ນໜັກວ່າ: ເລື່ອງລັດຖະບານຍີ່ປຸ່ນ ຕົກລົງຈະສະໜອງວັກຊິນ 1 ລ້ານໂດສ ໃຫ້ແກ່ຫວຽດນາມ ຊື່ງເປັນການພິສູດໃຫ້ແກ່ນ້ຳໃຈມິດຕະພາບທີ່ເລິກເຊິ່ງ ລະຫວ່າງສອງປະເທດຫວຽດນາມ-ຍີ່ປຸ່ນ. ຍີ່ປຸ່ນ ປາດຖະໜາຢາກຮ່ວມສຳພັນກັບວົງຄະນະຍາດສາກົນ ພິເສດແມ່ນຫວຽດນາມ ເພື່ອພ້ອມກັນຜ່ານຜ່າໂລກລະບາດໂຄວິດ 19. ທ່ານກໍ່ແຈ້ງໃຫ້ຮູ້ວ່າ ບັນດາວິສາຫະກິດຍີ່ປຸ່ນ ໄດ້ປະກອບເງິນເປັນຈຳນວນ 39 ລ້ານດົ່ງໃຫ້ແກ່ກອງທຶນວັກຊິນປ້ອງກັນ ຕ້ານໂລກລະບາດໂຄວິດ 19 ຂອງຫວຽດນາມ ແລະ ຈະສືບຕໍ່ປະກອບຕື່ມອີກ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ສະເໜີ້ໃຫ້ລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງຍີ່ປຸ່ນ ຈົ່ງສືບຕໍ່ຮ່ວມມືກັບຫວຽດນາມ ໃນການປ້ອງກັນ ຕ້ານ, ຍູ້ໂລກລະບາດໂຄວິດ 19 ໃຫ້ຖອຍໄປ, ໜູນຊ່ວຍການຖ່າຍຖອດເຕັກໂນໂລຊີ ແລະ ຜະລິດວັກຊິນໃຫ້ແກ່ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ່ານເອກອັກຄະລັດຖະທູດ Yamada Takio ມີຄຳເຫັນຕໍ່ລັດຖະບານຍີ່ປຸ່ນ, ບັນດາວິສາຫະກິດ ສືບຕໍ່ຊຸກຍູ້ການຄ້າ 2 ສົ້ນ, ໂດຍສະເພາະແມ່ນສ້າງເງື່ອນໄຂໃຫ້ສິນຄ້າຂອງຫວຽດນາມ ສົ່ງໄປຍັງຕະຫຼາດຍີ່ປຸ່ນ ພ້ອມທັງຮຽກຮ້ອງບັນດານັກລົງທຶນຍີ່ປຸ່ນ ສືບຕໍ່ລົງທຶນເຂົ້າຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ