ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ເປັນປະທານກອງປະຊຸມທາງອອນລາຍກັບບັນດາທ້ອງຖິ່ນກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຕີລາຄາວ່າ, ສະພາບການໂລກລະບາດສືບຕໍ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ສະນັ້ນບໍ່ຄວນປະໝາດ, ຂາດຄວາມລະມັດລະວັງ.
ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ເປັນປະທານກອງປະຊຸມທາງອອນລາຍກັບບັນດາທ້ອງຖິ່ນກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ທີ່ການເຮັດວຽກ)

ຕອນບ່າຍວັນທີ 21 ມິຖຸນາ, ໂດຍເປັນປະທານກອງປະຊຸມທາງອອນລາຍກັບ 32 ທ້ອງຖິ່ນກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຕີລາຄາວ່າ, ສະພາບການໂລກລະບາດສືບຕໍ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ສະນັ້ນບໍ່ຄວນປະໝາດ, ຂາດຄວາມລະມັດລະວັງ. ຕ້ອງປະຕິບັດຍຸດທະສາດວັກຊິນຢ່າງມີປະສິດທິຜົນ; ສ້າງຍຸດທະສາດການສັກວັກຊິນຢູ່ທຸກແຂວງ, ນະຄອນ ແລະ ບັນດາກະຊວງ, ຂະແໜງການຢ່າງລະອຽດ. ມີການປ້ອງກັນ, ສະກັດກັ້ນ, ກວດພົບ ແລະ ແຍກຕົວໂດຍໄວ, ປິ່ນປົວຢ່າງມີປະສິດທິຜົນ, ເຮັດໃຫ້ສະພາບການເປັນປົກກະຕິໂດຍໄວ… ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ເນັ້ນໜັກວ່າ:

“ພວກເຮົາຕ້ອງສະກັດກັ້ນ, ຄວບຄຸມ, ຍູ້ການລະບາດຮອບທີ 4 ໃຫ້ຖອຍໄປ ເພື່ອຮັກສາສະພາບການເປັນປົກກະຕິໂດຍໄວ, ນຳປະເທດຊາດກັບຄືນສູ່ສະພາບເປັນປົກກະຕິ, ພວກເຮົາຕ້ອງປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ຕ້ານໂລກລະບາດ ເພື່ອຮັບໃຊ້ໃຫ້ແກ່ການຜະລິດດຳເນີນທຸລະກິດ, ທັງເບິ່ງແຍງດູແລ ປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນແມ່ນເໜືອກວ່າສິ່ງໃດໝົດ. ກ່ອນອື່ນໝົດແມ່ນສຸມໃສ່ໜູນຊ່ວຍໂດຍໄວໃຫ້ແກ່ນະຄອນ ໂຮ່ຈີມິນ, ບັກນິງ, ບັກຢາງ, ບິ່ງເຢືອງ ແລະ ບັນດາເຂດຈຸດສຸມເຊິ່ງໂລກລະບາດພວມແຜ່ລະບາດໃນຮອບນີ້, ໂດຍສະເພາະແມ່ນຢູ່ບັນດາເຂດອຸດສາຫະກຳ”.

ຕອບກັບ

ຂ່າວ/ບົດ​ອື່ນ