ທ່ານນາຍົກລັດຖະມົນຕີຟ້າມມີນຈິງ ເຮັດວຽກຢູ່ແຂວງ ທາຍຫງວຽນ

(VOVWORLD) -ຕອນບ່າຍວັນທີ 03 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈີງ ໄດ້ນຳໜ້າຄະນະປະຕິບັດງານຂອງລັດຖະບານ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທາຍຫງວຽນ.
ທ່ານນາຍົກລັດຖະມົນຕີຟ້າມມີນຈິງ ເຮັດວຽກຢູ່ແຂວງ ທາຍຫງວຽນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຢ້ຽມຢາມບໍລິສັດ Samsung Electronics ຫວຽດນາມ ຈຳກັດ
(ພາບ: dantri.com.vn)

ເມື່ອມາຢ້ຽມຢາມ ແລະ ກ່າວຄຳເຫັນກັບບການນຳບໍລິສັດ Samsung Electronics ຫວຽດນາມ ຈຳກັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ປາດຖະໜາວ່າ Samsung ຈະສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ຕັດສິນໃຈຍູ້ໂລກລະບາດໃຫ້ຖອຍໄປ. ກ່ຽວກັບບັນຫາຕ້ານໂລກລະບາດ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ Samsung ປະຕິບັດຂໍ້ກຳນົດ 5 ປະການ, test Covid-19 ຕາມແຜນການ, ສັກວັກຊິນ…

ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈຄູອາຈານ ແລະ ນັກຮຽນຢູ່ໂຮງຮຽນອະນຸບານ ຕາແສງ ບິ່ງອຽນ, ເມືອງ ດິ້ງຮວາ; ໂຮງຮຽນມັດທະຍົມກິນນອນຊົນເຜົ່າມັດທະຍົມຕອນຕົ້ນ ດິ້ງຮວາ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີໄດ້ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ກວດກາຮາກຖານດ້ານວັດຖຸ, ເງື່ອນໄຂສິດສອນ, ການຮຽນ, ການດຳລົງຊີວິດຂອງພວກນ້ອງນັກຮຽນ, ບັນດາຄູອາຈານ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ບັນດາຄູອາຈານສືບຕໍ່ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຍົກສູງຄຸນນະພາບການສິດສອນ, ເບິງແຍງດູແລໃຫ້ນັກຮຽນໃຫ້ເຫັນຢ່າງດີ…

ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີໄດ້ມີການເຮັດວຽກກັບການນຳແຂວງ ທາຍງວຽນ ແບບກາງໄກ ຈາກໂຮງຮຽນມັດທະຍົມກິນນອນຊົນເຜົ່າມັດທະຍົມຕອນຕົ້ນ ດິ້ງຮວາ ກັບບັນດາໂຮງຮຽນຢູ່ບັນດາເມືອງ, ຕາແສງຂອງແຂວງ ທາຍງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ