ທ່ານນາຍົກລັດຖະມົນຕີຣູມານີສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີຣູມານີສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
(ພິທີຕ້ອນຮັບທ່ານ Dacian Ciolos )

(vovworld) -  ຕອນ​ບ່າຍ​ວັນ​ທີ 14/07 ທ່ານ​ນາຍົກລັດຖະມົນຕີ ຣູມາ​ນີ Dacian Ciolos ​ໄດ້​ອອກ​ຈາກ ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ. ​ໃນ​ລະ​ຫວ່າງ​ວັນ​ທີ 11 – 14/07, ທ່ານ​ນາຍົກລັດຖະມົນຕີ Dacian Ciolos ​​ໄດ້ເຈລະຈາກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ; ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນຟຸ໋ຈ້ອງ, ທ່ານ​ປະທານ​ປະ​​ເທດ ​ເຈີ່ນ​ດ້າຍ​ກວາງ; ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ຣູມາ​ນີ; ພົບ​ປະ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ຣູມາ​ນີ; ຢ້ຽມຢາມ​ແຂວງ ກວາງ​ນີງ.

        ທີ່​ບັນດາ​ການ​ເຮັດ​ວຽກ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ເປີດ​ກ້ວາງ ​ແລະ ຫັນ​ການ​ຮ່ວມ​ມື​ເສດຖະກິດ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ພິ​ເສດ​​ແມ່ນເອົາ​ໃຈ​ໃສ່​ເຂົ້າ​ໃນ​ບາງ​ຂົງ​ເຂດ​ຕົ້ນຕໍ​ຄື: ການ​ຄ້າ, ພະລັງງານ, ທະນາຄານ, ກະສິກຳ…2 ຝ່າຍ​ກໍ່​ລົງ​ນາມ​​ໃນ​ເອກະສານ​ສຳຄັນ​ບາງ​ສະບັບ ​ເພື່ອ​ແນ​ໃສ່​ເປີດ​ກ້ວາງ​ຂອບ​ຂະໜາດ​ການ​ຮ່ວມ​ມື 2 ຝ່າຍ. 2 ຝ່າຍ​ເນັ້ນ​ໜັກ​ ສະ​ໜັບສະ​ໜູນ​ເລື່ອງ​ແກ້​​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ວ່າ​ດ້ວຍສາກົນ, ​ໃນ​ນັ້ນ​ມີ​ສົມ​ທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ສືບ​ຕໍ່​ສົມທົບ​ກັນ​ປະຕິບັດ​ບັນດາ​ໂຄງການ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ແລະ ​ແມ່ນ້ຳ ດານ​ີບ ​ເຊິ່ງ​ໄດ້​ຮັບຄວາມ​ເຫັນ​ດີ​ໃນ​ຂອບ​ເຂດການ​ເຈລະຈາ ASEM ກ່ຽວ​ກັບ​ການພັ​ດທະນາ​​ແບບ​ຍືນ​ຍົງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ສຳນັກງານ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຂອບ​ເຂດ​ສະຫະ​ປະຊາ​ຊາດ, ASEM, ການ​ພົວພັນລະຫວ່າງ ຫວຽດນາມ - ສະຫະພາບ ​ເອີ​ລົບ ​ແລະ ບັນດາ​ກົນ​ໄກ​ຮ່ວມມືລະຫວ່າງ ອາ​ຊຽນ - ສະຫະພາບ ​ເອີ​ລົບ.

ຂ່າວ/ບົດ​ອື່ນ