ທ່ານນາຍົກລັດຖະມົນຕີລັດເຊຍເຊັນລັດຖະດຳລັດໜູນຊ່ວຍຊາວອົບພະຍົບຈາກ ຢູແກຼນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ໄດ້ເຊັນລັດຖະດຳລັດຮັບຊາວອົບພະຍົບຈາກ ຢູແກຼນ ແລະ ບັນດາເຂດ Donetsk ແລະ Lugansk ຢູ່ ຢູແກຼນ ຕາເວັນອອກ ມາປະເທດນີ້.
ທ່ານນາຍົກລັດຖະມົນຕີລັດເຊຍເຊັນລັດຖະດຳລັດໜູນຊ່ວຍຊາວອົບພະຍົບຈາກ ຢູແກຼນ - ảnh 1ພົນລະເມືອງ ຢູແກຼນ ໄປອົບພະຍົບ
(ພາບ: AFP/TTXVN)

ວັນທີ 12 ມີນາ, ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ໄດ້ເຊັນລັດຖະດຳລັດຮັບຊາວອົບພະຍົບຈາກ ຢູແກຼນ ແລະ ບັນດາເຂດ Donetsk ແລະ Lugansk ຢູ່ ຢູແກຼນ ຕາເວັນອອກ ມາປະເທດນີ້. ລະອຽດແມ່ນ, ບັນດາອຳນາດການປົກຄອງຢູ່ ລັດເຊຍ ຈະຮັບຊາວອົບພະຍົບຈາກການປະທະກັນຢູ່ Donbass ໃນຂອບເຂດທີ່ໄດ້ເຫັນດີແລ້ວ, ໃນນັ້ນ ໃຫ້ບຸລິມະສິດຍາດຕິພີ່ນ້ອງຂອງພົນລະເມືອງ ລັດເຊຍ ແລະ ພົນລະເມືອງພວມດຳລົງຊີວິດຢູ່ບັນດາເຂດດັ່ງກ່າວ.

ຂ້າຫຼວງໃຫຍ່ແຫ່ງສະຫະປະຊາຊາດຮັບຜິດຊອບກ່ຽວກັບຊາວອົບພະຍົບ (UNHCR) ໄດ້ຄາດຄະເນວ່າ ຮອດວັນທີ 11 ມີນາ, ມີປະຊາຊົນເກືອບ 2,6 ລ້ານຄົນຕ້ອງອົບພະຍົບ ນັບແຕ່ເມື່ອ ລັດເຊຍ ດຳເນີນບັ້ນຮົບການທະຫານພິເສດຢູ່ ຢູແກຼນ, ສ່ວນຫຼາຍແມ່ນໄປ ໂປໂລຍ ແລະ ກວ່າ 105.000 ຄົນໄປ ລັດເຊຍ.

    ກໍ່ໃນວັນທີ 12 ມີນາ, ສະພາແຫ່ງຊາດ ໂປໂລຍ ໄດ້ອະນຸມັດຜ່ານຮ່າງກົດໝາຍວ່າດ້ວຍການໜູນຊ່ວຍຊາວ ຢູແກຼນ ອົບພະຍົບຍ້ອນສົງຄາມ. ຕາມອົງການປ້ອງກັນຊາຍແດນ ໂປໂລຍ ແລ້ວ, ໄລ່ຮອດວັນທີ 12 ມີນາ, ປະເທດນີ້ໄດ້ຮັບຊາວອົບພະຍົບຈາກ ຢູແກຼນ ເກືອບ 1,6 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ