ທ່ານນາຍົກລັດຖະມົນຕີສົນທະນາກັບຊາວໜຸ່ມເຂົ້າຮ່ວມກອງປະຊຸມໃຫຍ່ຊາວໜຸ່ມຄັ້ງທີ 10

ທ່ານນາຍົກລັດຖະມົນຕີສົນທະນາກັບຊາວໜຸ່ມເຂົ້າຮ່ວມກອງປະຊຸມໃຫຍ່ຊາວໜຸ່ມຄັ້ງທີ 10 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງໂອ້​ລົມ​ສົນທະນາກັບ​ຊາວ​ໜຸ່ມ
(ພາບ: ອິນເຕີແນດ)

(vovworld) -     ​ໃນ​ຂອບ​ເຂດກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ທີ່​ພວມ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ, ວັນ​ທີ 14/12, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ໄດ້ໂອ້​ລົມ​ສົນທະນາກັບ​ຊາວ​ໜຸ່ມ. ນີ້​ແມ່ນ​ເຫດການ​ໃຫຍ່​ທີ່​ມີ​ຄວາມ​ໝາຍຕໍ່​ກອງ​ປະຊຸມ​ໃຫຍ່ ກໍ​ຄື​​ຕໍ່​ວຽກ​ງານ​ຄະນະ​ຊາວ​ໜຸ່ມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ, ​ເຍົາວະ​ຊົນ​ເວົ້າ​ລວມ. ທີ່​ການ​ໂອ້​ລົມ​ສົນທະນາ, ບັນດາ​ຜູ້​ແທນ​​ສະ​ເໜີ​ຕໍ່​ລັດຖະບານ, ນາຍົກລັດຖະມົນຕີ ບັນດາ​ກົນ​ໄກ, ນະ​ໂຍບາຍ​ກ່ຽວ​ກັບ​ການ​ສຶກສາ, ບຳລຸງ​ສ້າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ໜຸ່ມ​ທີ່​ມີ​ຄຸນ​ນະພາ​ບສູງ. ບັນດາ​ຜູ້​ແທນ​ກໍ​ເຕື້ອງ​ເຖິງ​ບັນຫາ​​ວຽກ​ເຮັດງານ​ທຳ​ໃຫ້​ແກ່​ຊາວ​ໜຸ່ມ, ກ່ຽວກັບ​ບັນດາ​ມາດ​ຕະການ​ທີ່​ມີ​ລັກສະນະ​ບຸກທະ​ລຸ​ຂອງ​ລັດຖະບານ, ​ນາຍົກລັດຖະມົນຕີ ​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຊາວ​ໜຸ່ມ​ຫວຽດນາມ ​ໄລຍະ 2011 - 2020.

ເມື່ອ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງ​ປະກອບ​ແຫຼ່ງຊັບພະຍາກອນ​ຊາວ​ໜຸ່ມ​ຂອງ​ຫວຽດນາມ, ​ການ​ເລືອກ​ເຟັ້ນ ກໍ່​ຄື​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ຢຸງຢືນຢັນ​ວ່າ:

”ພັກ ​ແລະ ລັດ​ ຍາມ​ໃດ​ກໍ່​ຖື​ບົດບາດ, ທີ່​ຕັ້ງ​ຂອງ​ຊາວ​ໜຸ່ມ​ເປັນ​ສຳຄັນ, ​ແລະ ກຳ​ນົດວ່າ, ກຳລັງ​ຊາວ​ໜຸ່ມ ​ແມ່ນ​ກຳລັງ​ປະຈັນບານ​ຂອງ​ການ​ປະຕິວັດ, ວຽກ​ງານ​ຊາວ​ໜຸ່ມ​ແມ່ນ​ບັນຫາ​ເປັນຕາ​ຍຂອງ​ປະ​ເທດ​ຊາດ. ລັດຖະບານ​ຈະ​ສືບ​ຕໍ່​ມີ​ນະ​ໂຍບາຍຕ່າງໆ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ລຸ້ນໜຸ່ມ​ພັດທະນາ​ຢ່າງ​ໄວ​ກວ່າ, ​ແຂງ​ແຮງ​ກວ່າ. ຍາມ​ໃດ​ລັດຖະບານ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ແລກປ່ຽນ​ກັບ​ພວກ​ເພື່ອນ​ຊາວ​ໜຸ່ມ​ບັນດາ​ບັນຫາ​ເຊິ່ງພວກ​ເພື່ອນ​ມີ​ຄວາມ​ສົນ​ໃຈ”.

​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ນະ​ໂຍບາຍ​ດຶງ​ດູດ​ປັນຍາ​ຊົນ​ໜຸ່ມ​ຫວຽດນາມຢູ່​ຕ່າງປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ຢຸງ​ແບ່ງປັນ​ວ່າ:

”ປະຈຸ​ບັນ, ຫວຽດນາມ​ມີ​ຄວາມ​ຕ້ອງການ​ຖັນ​ແຖວ​ຊັບພະຍາກອນ​ໜຸ່ມ​ທີ່​ມີ​ຄຸນ​ນະພາ​ບສູງ​ທີ່​ສຸດ. ດ້ານ​ໜຶ່ງ, ພັກ ​ແລະ ລັດ​ສຸມ​ໃສ່​ສຶກສາ ບຳລຸງ​ສ້າງ​ຢູ່​ພາຍ​ໃນ​ປະ​ເທດ, ດ້ານ​ໜຶ່ງ​ແມ່ນ​ຮຽກຮ້ອງ​ການ​ອຸທິດ​ສ່ວນ​ຂອງ​ບັນດາ​ເພື່ອນ​ໜຸ່ມ​ຫວຽດນາມ​ທີ່​ຮຳ່ຮຽນ​ຢູ່​ຕ່າ​ງປະ​ເທດ. ປະຈຸ​ບັນ, ມີ​ນັກ​ສຶກສາ​ຫວຽດນາມ 100.000 ຄົນ​ພວມ​ຮຳ່ຮຽນ​ຢູ່​ຕ່າງປະ​ເທດ, ພັກ ​ແລະ ລັດ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ແຫຼ່ງກຳລັງ​ນີ້ ​ແລະ ​ໄດ້​ມີ​ນະ​ໂຍບາຍຕ່າງໆ ​ເພື່ອ​ດຶງ​ດູດ​ຊາວ​ໜຸ່ມ​ເຫຼົ່າ​ນີ້​ກັບ​ເມືອ​ຮັບ​ໃຊ້​ປະ​ເທດ​ຊາດ. ​ແລະ ຫວັງ​ວ່າ​ພົນລະ​ເມືອງ​ຫວຽດນາມ ​ແລະ ຊາວ​ໜຸ່ມ​ທີ່​ພວມ​ຮຳ່ຮຽນ​ຢູ່​ຕ່າງປະ​ເທດ​ກໍ່​ຈະ​ມີ​ການ​ແບ່ງປັນ​ສະໜັບສະໜູນ​ປະ​ເທດ​ຊາດ”.

ພາຍ​ຫຼັງ​ການ​ໂອ້​ລົມ​ສົນທະນາ​ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກັບ​ຜູ້​ແທນ​ຊາວ​ໜຸ່ມ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ໄດ້​ອັດ​ລົງ. ຜ່ານ​ການ​ເຮັດ​ວຽກ​ເປັນ​ເວລາ 4 ວັນ, ກອງ​ປະຊຸມ​ໃຫຍ່​ໄດ້​ປຶກສາ​ຫາລື ​ແລະ ຮັບ​ຮອງ​ເອົາ​ບັນດາ​ເອກະສານ​ທີ່​ສຳຄັນ​ຄື: ບົດ​ລາຍ​ງານ​ຂອງ​ຄະນະ​ປະຕິບັດງານ​ສູນ​ກາງ​​ຊາວ​ໜຸ່ມ​ຄັ້ງ​ທີ 9 ຢູ່​ທີ່ກອງ​ປະຊຸມ​ໃຫຍ່​ຄະນະ​ຊາວ​ຫນຸ່ມ​ຄັ້ງ​ທີ 10; ບົດ​ລາຍການ​ສຳ​ຫຼວດກວດກາຄະນະ​ປະຕິບັດງານ​ສູນ​ກາງ​ຊາວ​ໜຸ່ມອາຍຸ​ການ 2007 – 2012; ກົດ​ລະບຽບຄະນະ​ຊາວໜຸ່ມສະບັບປັບ​ປຸ່ງ, ​ເພີ່ມ​​ເຕີ່ມ. ກອງ​ປະຊຸມ​ໃຫຍ່​​ໄດ້​ສະ​ເໜີ​ຕົວຄະນະປະຕິບັດ​ງານ​ສູນ​ກາງ​ຊາວ​ໜຸ່ມຊຸດທີ 10 ​ເຊິ່ງລວມມີ 151 ຄົນ, ຄະນະ​ປະຈຳ​ສູນ​ກາງ​ຊາວ​ໜຸ່ມລວມມີ 33 ຄົນ; ຄະນະ​ເລຂາ ລວມມີ 7 ຄົນ. ທ່ານ​ ຫງວຽນ​ດັ໋ກວິ​ງ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ເລຂາ​ທີ​ຫນຶ່ງສູນ​ກາງ​ຄະນະ​ຊາວ​ຫນຸ່ມ​ ຄືນ​ໃໝ່. ກໍ​ທີ່​ວາລະ​ອັດ​ກອງ​ປະຊຸມ, ກອງ​ປະຊຸມ​ໃຫຍ່​ໄດ້​ຮັບຮອງ​ເອົາ​ມະຕິ​ຂອງ​ກອງ​ປະ​ຊຸມ​ໃຫຍ່; ປະກາດ​ຈົດໝາຍສົ່ງ​ເຖິງ​ໄວ​ໜຸ່ມ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ອັດ​ກອງ​ປະຊຸມ. ທ່ານ​ ຫງວຽນ​ດັ໋ກວິ​ງ ເລຂາ​ທີ​ຫນຶ່ງສູນ​ກາງ​ຄະນະ​ຊາວ​ຫນຸ່ມຊຸດ​ທີ 10 ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ໃຫຍ່ທົ່ວປະ​ເທດ​ຄັ້ງ​ທີ 10 ​ແມ່ນ​ກອງ​ປະຊຸມ​​ແຫ່ງ​ຄວາມ​ໄຝຝັອັນ​ແຮງ​ກ້າຂອງ​ໄວ​ໜຸ່ມ, ​ດ້ວຍ​ຄວາມ​ເຊື່ອ​ໝັ້ນຢ່າງ​ແນ່ນອນ, ​ເຈດ​ຈຳ​ນົງທີ່​ເຂັ້ມ​ແຂງ, ນ້ຳໃຈ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈດຽວ, ປະຈັນບານ​ມີ​ຫົວຄິດ​ປະດິດ​ສ້າງ ໝັ້ນຄົງ​ໜັກ​ແໜ້ນ​ບົນເສັ້ນທາງ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ສະ​ແດງ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ໄວ​ໜຸ່ມ​ໃນ​ການ​ຝຶກ​ພົນ​ຫຼໍ່​ຫຼອມ, ພັດທະນາ​ຂອງ​ຕົນ​ເອງ ​ແລະ ​ມີ​ການ​ປະກອບສ່ວນ​ໃຫ້​ແກ່​ວົງ​ຄະນະ​ຍາ​ດ ​ແລະ ສົງ​ຄົມຢ່າງ​ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ