ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ​ສິ້ນ​ສ​ຸດກາ​ນ​ຢ້ຽມ​ຢາ​ມ​ລັດ​ເຊຍ, ລ​າ​ຊະ​ອາ​ນາ​ຈັກ ນອກ​ແວ, ຊູ​ແອດ​ຢ່າງ​ຈົ​ບ​ງາມ

(VOVWORLD) - ຕອນເຊົ້າວັນທີ 29 ພຶດສະພາ, ຕາມເວລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສະຫະພັນ ລັດເຊຍ, ລາຊະອານາຈັກ ນອກແວ ແລະ ລາຊະອານາຈັກ ຊູແອດຢ່າງຈົບງາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ​ສິ້ນ​ສ​ຸດກາ​ນ​ຢ້ຽມ​ຢາ​ມ​ລັດ​ເຊຍ, ລ​າ​ຊະ​ອາ​ນາ​ຈັກ ນອກ​ແວ, ຊູ​ແອດ​ຢ່າງ​ຈົ​ບ​ງາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຢ້ຽມຂ່ຳນັບເຈົ້າຊີວິດ ຊູແອດ Carl XVI Gustav (ພາບ:ທົ້ງເຍິດ/TTXVN)

ບັນດາການຢ້ຽມຢາມໄດ້ປະຕິບັດຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລັດເຊຍ Dmitri Medvedev, ທ່ານນາງນາຍົກລັດຖະມົນຕີ ນອກແວ Erna Solberg, ທ່ານນາຍົກລັດຖະມົນຕີ ຊູແອດ Stegan Lofven.

ບັນດາການຢ້ຽມຢາມນີ້ລ້ວນແຕ່ດຳເນີນໃນສະພາບທີ່ຫວຽດນາມ ແລະ ແຕ່ລະປະເທດພວມສະເຫຼີມສະຫຼອງ ຫຼື ກ້າວໄປເຖິງເຫດການສະເຫຼີມສະຫຼອງບັນດາເຫດການປະຫວັດສາດໃນການພົວພັນລະຫວ່າງ ສອງປະເທດ. ສຳລັບ ສະຫະພັນ ລັດເຊຍ, ນັ້ນແມ່ນການສະເຫຼີມສະຫຼອງ 25 ປີ ແຫ່ງວັນລົງນາມໃນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ ແລະ ມຸ່ງໄປເຖິງ 70 ປີ ແຫ່ງວັນ ສ້າງຕັ້ງ ການພົວພັນທາງການທູດໃນປີ 2020; ສຳລັບນອກແວ, ມີເຫດການທີ່ສອງປະເທດກ້າວໄປເຖິງການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1971 - 2021), ສຳລັບຊູແອດ, ນີ້ແມ່ນໂອກາດສອງປະເທດພວມສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

ບັນດາການຢ້ຽມຢາມໄດ້ດຳເນີນຢ່າງປະສົບຜົນສຳເລັດອັນຈົບງາມ, ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນທາງການເມືອງ, ປຶກສາຫາລືບັນດາມາດຕະການຮ່ວມມືທາງການຄ້າ, ການລົງທຶນ, ການສຶກສາ ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ພັດທະນາເສດຖະກິດທະເລ, ຮ່ວມມືຂຸດຄົ້ນນ້ຳມັນອາຍແກັດ ແລະ ພັດທະນາພະລັງງານສະອາດ, ຮ່ວມມືໃນການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຄົ້ນຄ້ວາພັດທະນາ… ພ້ອມກັນນັ້ນແມ່ນຊຸກຍູ້ການຮ່ວມມືໃນຂົງເຂດວັດທະນະທຳ, ການທ່ອງທ່ຽວ…

ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 28 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປເຖິງສະໜາມບິນ Arlanda, ນະຄອນຫຼວງ Stockholm, ເພື່ອເດີນທາງກັບມາປະເທດ, ສິ້ນສຸດການຢ້ຽມຢາມລາຊະອານາຈັກຊູແອດຢ່າງເປັນທາງການຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຊູແອດ Stefan Lofven.

        ໃນຂອບເຂດການຢ້ຽມຢາມຊູແອດຢ່າງເປັນທາງການ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ພົບປະເຈລະຈາ ກັບທ່ານນາຍົກລັດຖະມົນຕີ ຊູແອດ Stefan Lofven, ເຂົ້າຢ້ຽມຂ່ຳນັບເຈົ້າຊີວິດ ຊູແອດ Carl XVI Gustav  ແລະ ພົບປະກັບທ່ານ ປະທານສະພາແຫ່ງຊາດ ຊູແອດ Andreas Norlen.

ຕອບກັບ

ຂ່າວ/ບົດ​ອື່ນ