ທ່ານນາຍົກລັດຖະມົນຕີສະເໜີໃຫ້ WHO ໃຫ້ບຸລິມະສິດສະໜອງວັກຊິນໃຫ້ແກ່ຫວຽດນາມ ໄວທີ່ສຸດ

(VOVWORLD) -ຫວຽດນາມ ພວມປະເຊີນໜ້າກັບການແຜ່ລະບາດໃນວົງກວ້າງຍ້ອນໄວຣັດສາຍພັນໃໝ່ Delta. ເພາະສະນັ້ນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ WHO ໃຫ້ບຸລິມະສິດສະໜອງວັກຊິນໃຫ້ແກ່ຫວຽດນາມ
ທ່ານນາຍົກລັດຖະມົນຕີສະເໜີໃຫ້ WHO ໃຫ້ບຸລິມະສິດສະໜອງວັກຊິນໃຫ້ແກ່ຫວຽດນາມ ໄວທີ່ສຸດ - ảnh 1ວັກຊິນ COVAX ສົ່ງມາຮອດຫວຽດນາມ
(ພາບປະກອບ: VGP)

ເພື່ອແນໃສ່ຍູ້ໄວການທູດວັກຊິນກວ່າອີກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຫາກໍ່ສົ່ງຈົດໝາຍເຖິງທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO).

        ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ, ຫວຽດນາມ ພວມປະເຊີນໜ້າກັບການແຜ່ລະບາດໃນວົງກວ້າງຍ້ອນໄວຣັດສາຍພັນໃໝ່ Delta. ເພາະສະນັ້ນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ WHO ໃຫ້ບຸລິມະສິດສະໜອງວັກຊິນໃຫ້ແກ່ຫວຽດນາມ ໃນການຈັດແບ່ງວັກຊິນທີ່ຈະມາເຖິງຂອງ COVAX ຢ່າງໄວ, ເທົ່າທີ່ຈະໄວໄດ້ໃຫ້ແກ່ຫວຽດນາມ. ພ້ອມກັນນັ້ນ, ປາດຖະໜາວ່າ WHO ສືບຕໍ່ໜູນຊ່ວຍດ້ານວັດຖຸການແພດ, ຖ່າຍທອດເຕັກໂນໂລຊີວັກຊິນ mRNA ຊ່ວຍຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະນີ້. ພິເສດ, ຫວຽດນາມ ປາດຖະໜາຢາກໄດ້ຕ້ອນຮັບຄະນະນັກຊ່ຽວຊານຂອງ WHO ມາແລກປ່ຽນ, ແນະນຳກ່ຽວກັບການໜູນຊ່ວຍຄົ້ນຄວ້າ, ຜະລິດວັກຊິນຢູ່ພາຍໃນປະເທດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ