ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊັວນ​ຝຸກ: ກອງ​ທຶນ​ສຶກ​ສາ ວື່​ອາ​ຢິງ ເຄື່ອນ​ໄຫວ​ເພື່ອ​ພາ​ລະ​ກິດ​ສົ່ງ​ເສີມ​ການ​ຮຽນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ເດືອນມີນາປີ 2021 ແມ່ນຂີດໝາຍກອງທຶນສຶກສາ ວື່ອາຢິງ ຄົບຮອບ 22 ປີ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊັວນ​ຝຸກ: ກອງ​ທຶນ​ສຶກ​ສາ ວື່​ອາ​ຢິງ ເຄື່ອນ​ໄຫວ​ເພື່ອ​ພາ​ລະ​ກິດ​ສົ່ງ​ເສີມ​ການ​ຮຽນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1(ພາບ:VOV)

       ຕອນເຊົ້າວັນທີ 15 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ໄດ້ພົບປະກັບບັນດາຜູ້ແທນຕາງໜ້າ ກອງທຶນສຶກສາ ວື່ອາຢິງ ແລະ ບັນດາຜູ້ແທນຕາງໜ້າຜູ້ມີໃຈບຸນໃຈກຸສົນ ຊື່ງໄດ້ຮ່ວມເດີນທາງພ້ອມກັບກອງທຶນໃນຫຼາຍປີຜ່ານມາ.

ເດືອນມີນາປີ 2021 ແມ່ນຂີດໝາຍກອງທຶນສຶກສາ ວື່ອາຢິງ ຄົບຮອບ 22 ປີ. ມາຮອດປະຈຸບັນ, ກອງທຶນດັ່ງກ່າວໄດ້ມອບທຶນສຶກສາປະຈຳປີ ດ້ວຍຍອດຈຳນວນເງິນນັບຮ້ອຍຕື້ດົ່ງ ໃຫ້ນັກຮຽນ, ນັກສຶກສາຫວຽດນາມ ເກືອບ 90.000 ຄົນ, ໃນນັ້ນມີທັງນັກຮຽນຫວຽດນາມ ຢູ່ກຳປູເຈຍ, ລາວ, ໄທ, ກູບາ. ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຝຸກ ເນັ້ນໜັກວ່າ:

   ພວກເພື່ອນແມ່ນຜູ້ມີຄວາມສຸດຈິດສຸດໃຈ ເພື່ອປະກອບສ່ວນບຳລຸງສ້າງໃຫ້ແກ່ລຸ້ນໜຸ່ມ ກໍ່ຄືປົກປັກຮັກສາປະເທດຊາດ. ປີ 2045 ດ້ວຍເປົ້າໝາຍແມ່ນຫວຽດນາມ ຈະກາຍເປັນປະເທດມີລາຍຮັບສູງ, ແຕ່ຖ້າຫາກວ່າລຸ້ນໜຸ່ມເຂດພູດອຍ, ເຂດປະສົບກັບຄວາມຫຍຸ້ງຍາກ, ເຂດຊົນເຜົ່າສ່ວນໜ້ອຍບໍ່ມີລາຍຮັບ, ບໍ່ໄດ້ໄປໂຮງຮຽນ, ພວກເຮົາຈະບໍ່ປະຕິບັດເປົ້າໝາຍນີ້ສຳເລັດໄດ້. ຖ້າຢາກເຮັດໄດ້ຄືແນວນັ້ນ, ຄວາມຮູ້, ພູມປັນຍາ, ບັນຫາປົກປັກຮັກສາອະທິປະໄຕແຫ່ງຊາດ, ເອກະລາດແຫ່ງຊາດ ລ້ວນແຕ່ມີຄວາມສຳຄັນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ