ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ: ຕົ້ນປີ 2020, ຫວຽດນາມຖະແຫຼງຍຸດທະສາດຫັນເປັນດີຈີຕອນແຫ່ງຊາດ

(VOVWORLD) -ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງຂະແໜງຖະແຫຼງຂ່າວ ແລະ ສື່ສານໃນປີຜ່ານມາແມ່ນອອກໃບອະນຸຍາດທົດລອງລະບົບ 5G ໃຫ້ແກ່ບັນດາວິສາຫະກິດໂທລະຄົມມະນາຄົມ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ: ຕົ້ນປີ 2020, ຫວຽດນາມຖະແຫຼງຍຸດທະສາດຫັນເປັນດີຈີຕອນແຫ່ງຊາດ - ảnh 1 ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຈັດກອງປະຊຸມສະຫຼຸບວຽກງານປີ 2019 ແລະ ຜັນຂະຫຍາຍທິດທາງໜ້າທີ່ວຽກງານປີ 2020

(ພາບ: VGP)

ຕອນເຊົ້າວັນທີ 28 ທັນວາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2019 ແລະ ຜັນຂະຫຍາຍທິດທາງໜ້າທີ່ວຽກງານປີ 2020. ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງຂະແໜງຖະແຫຼງຂ່າວ ແລະ ສື່ສານໃນປີຜ່ານມາແມ່ນອອກໃບອະນຸຍາດທົດລອງລະບົບ 5G ໃຫ້ແກ່ບັນດາວິສາຫະກິດໂທລະຄົມມະນາຄົມ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນພາກພື້ນອາຊຽນ ກ່ຽວກັບການຜັນຂະຫຍາຍລະບົບ 5G ເປັນການຄ້າ. ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ - ສື່ສານຫວຽດນາມ ຫງວຽນແມ້ງຮຸ່ງ, ໃຫ້ຮູ້ວ່າ.

          “ບັນດາເຫດການໃນປີ 2019 ຂອງຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ ໄດ້ສົ່ງສານຢ່າງແຮງ, ທັງແມ່ນການກຳນົດທິດໃຫ້ແກ່ໄລຍະໃໝ່, ທັງແມ່ນການລະດົມກຳລັງໃຈ ແລະ ແມ່ນຄັນທຸງເຕົ້າໂຮມກຳລັງ.  ການທົດລອງ 5G ໃນປີ 2019 ແລະ ຫັນເປັນການຄ້າໃນປີ 2020 ແມ່ນຄຳຖະແຫຼງທີ່ວ່າ ນັບແຕ່ນີ້ເປັນຕົ້ນໄປ ຫວຽດນາມ ຈະຮ່ວມເດີນທາງໄປພ້ອມກັບໂລກກ່ຽວກັບດ້ານເຕັກໂນໂລຊີ, ບໍ່ມີການຊັກຊ້າຄືກັບລະບົບ 3G – 4G ອີກແລ້ວ.”

          ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ໃນຕົ້ນປີ 2020, ຫວຽດນາມ ຖະແຫຼງຍຸດທະສາດຫັນເປັນດີຈີຕອນແຫ່ງຊາດ, ສະນັ້ນ, ກະຊວງຕ້ອງຊີ້ນຳບັນດາວິສາຫະກິດໃນຂະແໜງລົງທຶນໃສ່ພື້ນຖານໂຄງລ່າງໄປກ່ອນບາດກ້າວໜຶ່ງ ເພື່ອການຫັນປ່ຽນດີຈີຕອນ, ພິເສດແມ່ນສ້າງການບໍລິການໃຫ້ແກ່ບັນດາວິສາຫະກິດອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ