ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ: ຕ້ອງເປັນເຈົ້າການໃນວຽກງານປ້ອງກັນ, ສະກັດກັ້ນໄພທຳມະຊາດກວ່າອີກ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ສະກັດກັ້ນໄພທຳມະຊາດ
ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ: ຕ້ອງເປັນເຈົ້າການໃນວຽກງານປ້ອງກັນ, ສະກັດກັ້ນໄພທຳມະຊາດກວ່າອີກ - ảnh 1(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ)

ກ່າວຄຳເຫັນທີ່ກອງປະຊຸມໃນຕອນບ່າຍວັນທີ 01 ກັນຍາ ກັບບາງກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວກັບວຽກງານຮັບມືກັບໄພທຳມະຊາດໃນສະພາບໂລກລະບາດໂຄວິດ-19 ຍັງມີການຜັນແປທີ່ສັບສົນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ສະກັດກັ້ນໄພທຳມະຊາດ, ບັນດາທ້ອງຖິ່ນ ແລະ ທຸກຂັ້ນ, ທຸກຂະແໜງການເປັນເຈົ້າການເປັນປະຈຳ, ມອບໜ້າທີ່ລະອຽດເພື່ອກະຕຸກຊຸກຍູ້, ກວດກາວຽກງານຮັບມື. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ເນັ້ນໜັກວ່າ.

          “ຮຽກຮ້ອງໃຫ້ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຮັບມືກັບໄພທຳມະຊາດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງອຸດສາຫະກຳການຄ້າ ຕ້ອງເປັນເຈົ້າການຊີ້ນຳວຽກງານຮັບປະກັນຄວາມປອດໄພໃຫ້ແກ່ບັນດາໜອງ, ອ່າງເກັບນ້ຳຊົນລະປະທານຕາມພາລະໜ້າທີ່, ໜ້າທີ່ທີ່ໄດ້ຮັບການມອບໝາຍ. ທຸກຂັ້ນ, ທຸກຂະແໜງການສືບຕໍ່ລົງທຶນຍົກສູງກຳລັງຄວາມສາມາດໃນການປ້ອງກັນ, ຮັບມືກັບໄພທຳມະຊາດ. ເປັນເຈົ້າການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດເມື່ອເກີດສະພາບການຊົ່ວຮ້າຍ, ໂດຍສະເພາະແມ່ນບັນດາກິດຈະກຳປ້ອງກັນ, ສະກັດກັ້ນໄພທຳມະຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ